ກົມອຸຕຸນິຍົມ ແລະ ອຸທົບກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມ ການສ້າງແບບຈໍາລອງສະພາບອາກາດຂັ້ນສູງ ລະຫວ່າງປະເທດ

ກົມອຸຕຸນິຍົມ ແລະ ອຸທົບກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມ ການສ້າງແບບຈໍາລອງສະພາບອາກາດຂັ້ນສູງ ລະຫວ່າງປະເທດ ຂຶ້ນໃນວັນທີ 7-9 ພຶດສະພາ 2019, ເປັນປະທານໂດຍ ທ່ານ ຂັນມະນີ ຂຸນພົນ ຫົວໜ້າກົມອຸຕຸນິຍົມ ແລະ ອຸທົບກະສາດ, ມີ ຜູ້ຕ່າງໜ້າປະເທດຂອງ ສູນກະສິກໍາເຂດຮ້ອນສາກົນ ( CIAT ), ຫົວໜ້າສູນສໍາລັບວິທະຍາສາດພູມອາກາດແບບປະຍຸກ ມະຫາວິທະຍາໄລພາກໃຕ້ ຂອງ ຄີນແລນດ໌ ( USQ ), ທ່ານອາຈານ Roger Stone ຕ່າງໜ້າຂະແໜງການອຸຕຸນິຍົມ ແລະ ອຸທົບກະສາດ ຂອງ ສປປ ລາວ, ຫວຽດນາມ, ມຽນມາ ແລະ ກໍາປູເຈຍ ເຂົ້າຮ່ວມ.

Advanced Climate Modelling Training
Advanced Climate Modelling Training

ທ່ານ ຂັນມະນີ ຂຸນພົນ ກ່າວວ່າ:

ການຝືກອົບຮົມຄັ້ງນີ້ ແມ່ນໄດ້ຮັບການຮ່ວມມືຈາກ 2 ໂຄງການສາກົນ ຊຶ່ງຈະສາມາດປັບປຸງຄວາມອາດສາມາດກ່ຽວກັບ ການຄາດຄະເນສະພາບພູມອາກາດ, ການນໍາສະເໜີວິໄສທັດ ແລະ ສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານຂອງ ກົມອຸຕຸນິຍົມ ແລະ ອຸທົບກະສາດ ຂອງ ສປປ ລາວ ແລະ ປະເທດເພື່ອນບ້ານ ໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານ ຢູ່ ສປປ ລາວ.

ພ້ອມນັ້ນ, ຍັງຈະໄດ້ມີການເປີດໂຕລະບົບອອນໄລ ແລະ ແອບພີເຄຊັນເທິງມືຖື ທີ່ມີຊື່ວ່າ ການບໍລິການທາງດ້ານພູມອາກາດ ສໍາລັບກະສິກໍາຂອງລາວ ຊຶ່ງຈະໄດ້ຂໍ້ມູນກ່ຽວກັບ ສະພາບອາກາດ ແລະ ຊະນິດພຶດ ສໍາລັບການເພາະປູກ ແກ່ຊາວກະສິກອນ ໃນເວລາໃກ້ຄຽງກັບສະພາບຕົວຈິງ.

ເປັນປະທານໂດຍ ທ່ານ ຂັນມະນີ ຂຸນພົນ ຫົວໜ້າກົມອຸຕຸນິຍົມ ແລະ ອຸທົບກະສາດ

ນອກຈາກນັ້ນ, ການຝຶກອົບຮົມ ຍັງໄດ້ຮັບການຮ່ວມມືລະຫວ່າງ 2 ໂຄງການສາກົນ ຄື: ໂຄງການຄວາມເຂັ້ມແຂງ ໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄໍ້າສະບຽງອາຫານ ຢູ່ ສປປ ລາວ ແລະ ໂຄງການສໍາລັບສະນັບສະໜູນການເຂົ້າຮ່ວມຂອງນັກ ສໍາມະນາກອນ ແລະ ໜ່ວຍງານບໍລິການທາງດ້ານອຸທົກວິທະຍາ-ອຸຕຸວິທະຍາແຫ່ງຊາດ ຂອງຕ່າງປະເທດ ຊຶ່ງແມ່ນການນໍາໃຊ້ພະຍາກອນອາກາດ ປະຈໍາລະດູ ແລະ ນະວັດຕະກໍາການຮັບປະກັນທີ່ທັນສະໄໝ ເພື່ອຈັດການກັບຄວາມສ່ຽງດ້ານພູມອາກາດ ໃນຂະແໜງກະສິກໍາຢູ່ໃນຂົງເຂດອາຊີ ຫຼື ທີ່ຮູ້ກັນດີໃນນາມ De-RISK SE Asia.

ການຝຶກອົບຮົມ ຍັງໄດ້ຮັບການຮ່ວມມືລະຫວ່າງ 2 ໂຄງການສາກົນ