ໂດຍມີ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ແລະ ທ່ານ ຄໍາຜອງ ດວງວິໄລ ເຈົ້າເມືອງໆວັງວຽງ, ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

ໃນວັນທີ 3 ພຶດສະພາ 2019, ເມືອງວັງວຽງ ແຂວງວຽງຈັນ ຈັດພິທີປະກາດຮັບຮອງເອົາ 10 ບ້ານ ເປັນບ້ານປ້ອງກັນຄວາມສະຫງົບດີ, ໂດຍມີ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ແລະ ທ່ານ ຄໍາຜອງ ດວງວິໄລ ເຈົ້າເມືອງໆວັງວຽງ, ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທອງວັນ ອິນທະວົງ ນາຍບ້ານໆນາດ້ວງ ຕາງໜ້າ 10 ບ້ານ ໄດ້ຜ່ານບົດສະຫຼຸບການເປີດຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເຊິ່ງໃນຈໍານວນ 10 ບ້ານນີ້ ປະກອບມີ:

ບ້ານສົມສະຫວາດ, ວຽງສະໄໝ, ປາກເປາະ, ນາດ້ວງ, ວຽງໄຊ-ນາຫຼວງ, ຫ້ວຍງາມ, ໂພນຊູ, ບ້ານງິ້ວ, ນໍ້າພາວ ແລະ ນາມ່ວງ ໂດຍລວມມີ 129 ໜ່ວຍສາມັກຄີ, ມີ 1.722 ຫຼັງຄາ ເຮືອນ, ມີ 1.867 ຄອບຄົວ, ມີພົນລະເມືອງ 13.568 ຄົນ ຍິງ 6.379 ຄົນ.

ເມືອງວັງວຽງ ແຂວງວຽງຈັນ

ໃນປີຜ່ານມາ, ຄະນະພັກ, ອຳນາດການປົກຄອງບ້ານ ແຕ່ລະບ້ານ ໄດ້ຊີ້ນຳ-ນຳພາລົງໃກ້ຊິດຕິດແທດກັບປະຊາຊົນ ແຕ່ລະຄອບຄົວ ໂດຍນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອກະສານທີ່ສຳຄັນຕ່າງໆ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມເປັນແຕ່ລະໄລຍະ ເຮັດໃຫ້ປະຊາຊົນພາຍໃນບ້ານມີຄວາມຮັບຮູ້, ຄວາມເຂົ້າໃຈຢ່າງຈະແຈ້ງ ພ້ອມທັງຕື່ນຕົວເຂົ້າຮ່ວມຂະບວນການສ້າງຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ ແລະ ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ຢ່າງເປັນເຈົ້າການ.

ໂດຍປັດຈຸບັນ ສາມາດຕີລາຄາ 5 ມາດຖານຂອງຄອບຄົວ ທີ່ເຮັດວຽກງານປ້ອງກັນຄວາມສະຫງົບດີ ພາຍໃນ 10 ບ້ານ ຄື: ຄອບຄົວທີ່ຄົບມາດຖານ ເປັນຄອບຄົວປ້ອງກັນຄວາມສະຫງົບດີ ມີ 1.799 ຄອບຄົວ ເທົ່າກັບ 97%; ຄອບຄົວທີ່ຍັງບໍ່ຄົບມາດຖານ ເປັນຄອບຄົວປ້ອງກັນຄວາມສະຫງົບດີ ມີ 68 ຄອບຄົວ ເທົ່າກັບ 3% ແລະ ຕີລາຄາປະເມີນຜົນ 6 ມາດຖານ ຂອງບ້ານປ້ອງກັນຄວາມສະຫງົບດີ ສັງລວມແລ້ວມີ 10 ບ້ານ ສາມາດປະເມີນໄດ້ 96,59%.

ກ່າວມອບໃບຢັ້ງຢືນໂດຍ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ຄໍາຜອງ ດວງວິໄລ ເຈົ້າເມືອງໆວັງວຽງ

ກ່າວມອບໃບຢັ້ງຢືນໂດຍ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ຄໍາຜອງ ດວງວິໄລ ເຈົ້າເມືອງໆວັງວຽງ. ຈາກນັ້ນ, ຍັງໄດ້ພ້ອມກັນເປີດແຜນປ້າຍ ເພື່ອຮັບຮອງເອົາ 10 ບ້ານ ເປັນບ້ານປ້ອງກັນຄວາມສະຫງົບດີ ຂອງເມືອງວັງວຽງ ອີກດ້ວຍ.