ວັນທີ 2 ພຶດສາພາ ຜ່ານມານີ້, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີແຕ່ງຕັ້ງໜ່ວຍພັກຮາກຖານບໍລິສັດລັດວິສາຫະກິດ ບໍລິການຄວາມປອດໄພ ໂດຍການເຂົ້າຮ່ວມຂອງສະຫາຍ ພັທ ຄຳສິງ ນົນທະສອນ ຄະນະພັກຮອງຫົວໜ້າກອງບັນຊາການ ປກສ ແລະ ສະຫາຍ ພັທ ສາຍເງິນ ອິນທະວົງ ຫົວໜ້າບໍລິສັດລັດວິສາຫະກິດບໍລິການຄວາມປອດໄພ, ມີບັນດາຄະນະຫ້ອງອ້ອມຂ້າງ ປກສ ແຂວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັທ ນາງ ທອງຂານ ພົງສະຫວັນ ຄະນະໜ່ວຍພັກຮາກຖານ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກກອງບັນຊາການ ປກສ ແຂວງ ວ່າດ້ວຍການສ້າງຕັ້ງໜ່ວຍພັກຮາກຖານບໍລິສັດລັດວິສາຫະກິດບໍລິການຄວາມ ປອດໄພ ແລະ ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານບໍລິສັດລັດວິສາຫະກິດ ບໍລິການຄວາມປອດໄພ.

ໃນນີ້ ແຕ່ງຕັ້ງສະຫາຍ ພັທ ສາຍເງິນ ອິນທະວົງ ເປັນເລຂາໜ່ວຍ ພັກຮາກຖານ, ສະຫາຍ ພັທ ຄຳພໍດີ ຄຳຈັນ ເປັນຮອງເລາຂາໜ່ວຍພັກຮາກຖານ ແລະ ສະຫາຍ ພັທ ໜູພອນ ວົງວິໄລ ເປັນກຳມະການໜ່ວຍພັກຮາກຖານ. ຕອນທ້າຍ, ສະຫາຍ ພັທ ຄຳສິງ ນົນທະສອນ ໄດ້ເນັ້ນໃຫ້ຄະນະໜ່ວຍພັກຮາກຖານຊຸດໃໝ່ທີ່ຖືກແຕ່ງຕັ້ງໃນຄັ້ງນີ້ ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບສືບຕໍ່ປັບປຸງຂະຫຍາຍການຈັດຕັ້ງໃຫ້ເປັນປົກກະຕິ, ປັບປຸງແບບແຜນວິທີເຮັດວຽກ ແລະ ການຊີ້ນໍາ-ນໍາພາ ໂດຍຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດ.