ແຂວງອັດຕະປຶ ລົງເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ຢູ່ ມສ ພະເມືອງ

0
2826
ໜ່ວຍງານໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ກອງບັນຊາການ ປກສ ແຂວງອັດຕະປື

ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2019, ໜ່ວຍງານໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ລົງໂຄສະນາວຽກງານທີ່ ໂຮງຮຽນ ມສ ພະເມືອງ ເມືອງໄຊເສດຖາ ແຂວງອັດຕະປື ໂດຍການຊີ້ນຳ-ນຳພາຂອງ ພັຕ ແກ້ວວິໄລ ສີລະວົງສັກ ຫົວໜ້າພະແນກ ກຄສ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ, ເຊິ່ງມີ ຄູ-ອາຈານ ຕະຫຼອດຮອດນ້ອງນັກຮຽນ ໂຮງຮຽນ ມສ ພະເມືອງ ເຂົ້າຮ່ວມ 600 ກວ່າຄົນ.

ຊີ້ນຳ-ນຳພາໂດຍ ພັຕ ແກ້ວວິໄລ ສີລະວົງສັກ ຫົວໜ້າພະແນກ ກຄສ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ

ຮທ ທະນົງໄຊ ຂຽວອາພອນ ໃຫ້ຮູ້ວ່າ:

ຢາເສບຕິດ ແມ່ນສານກະຕຸ້ນ ຫຼື ສານລະງັບລະບົບປະສາດ ທີ່ໄດ້ຈາກພືດທີ່ກໍ່ໃຫ້ເກີດສານເສບຕິດ ແລະ ໄດ້ຈາກການສັງເຄາະສານເຄມີ. ເມື່ອເສບເຂົ້າໄປແລ້ວ ຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຮ່າງກາຍ, ລະບົບປະສາດ ແລະ ເຮັດໃຫ້ມີຄວາມຕ້ອງການເສບເພີ່ມຂຶ້ນເລື້ອຍໆ.

ຮທ ທະນົງໄຊ ຂຽວອາພອນ

ນອກຈາກນັ້ນ, ຢາເສບຕິດ ຍັງເປັນສາເຫດທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງຄົມ ເປັນຕົ້ນ:ແມ່ນ ບັນຫາອາຊະຍາກຳ, ບັນຫາອຸບັດຕິເຫດ ຕາມທ້ອງຖະໜົນຫຼວງ, ການຄ້າປະເວນີ, ການທຳລາຍສິ່ງແວດລ້ອມ ແລະ ບັນຫາອື່ນໆ.

ຮທ ເພັດພະນົມພອນ ພອນວິໄລ
ຮທ ເພັດພະນົມພອນ ພອນວິໄລ

ຈາກນັ້ນ, ຮທ ເພັດພະນົມພອນ ພອນວິໄລ ກໍໄດ້ຂຶ້ນຜ່ານມາດຕະການທາງດ້ານກົດໝາຍ ຕໍ່ຜູ້ກະທຳຜິດກ່ຽວກັບຢາເສບຕິດ ໂດຍທ່ານໄດ້ຍົກໃຫ້ເຫັນ 2 ບັນຫາຄື:

  1. ມາດຕະການຕໍ່ຜູ້ຄ້າຂາຍຢາເສບຕິດ.
  2. ມາດຕະການຕໍ່ຜູ້ເສບຢາເສບຕິດ.

ທັງນີ້, ກໍເພື່ອເປັນການສຶກສາອົບຮົມ ໃຫ້ແກ່ນ້ອງນັກຮຽນ ເພີ່ມທະວີຄວາມເປັນເຈົ້າການ, ຍົກສູງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ເວົ້າລວມ, ເວົ້າສະເພາະ ກໍແມ່ນໃນແຂວງອັດຕະປື ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ເຊິ່ງມີ ຄູ-ອາຈານ ຕະຫຼອດຮອດນ້ອງນັກຮຽນ ໂຮງຮຽນ ມສ ພະເມືອງ ເຂົ້າຮ່ວມ 600 ກວ່າຄົນ
ເຊິ່ງມີ ຄູ-ອາຈານ ຕະຫຼອດຮອດນ້ອງນັກຮຽນ ໂຮງຮຽນ ມສ ພະເມືອງ ເຂົ້າຮ່ວມ 600 ກວ່າຄົນ

ໂອກາດດຽວກັນນີ້, ພັຕ ແກ້ວວິໄລ ສີລະວົງສັກ ກໍຍັງໄດ້ໂອ້ລົມຕໍ່ນ້ອງນັກຮຽນຕື່ມອີກ ໂດຍທ່ານໄດ້ຮຽກຮ້ອງໃຫ້ທຸກໆຄົນ ຫຼີກລ່ຽງຈາກການຫຍຸ້ງກ່ຽວກັບບັນຫາຢາເສບຕິດ ເພາະມັນມີແຕ່ຈະສົ່ງສະທ້ອນຢ່າງຮ້າຍແຮງທັ້ງທາງກົງ ແລະ ທາງອ້ອມຕໍ່ຕົນເອງ, ຕໍ່ຄອບຄົວ, ຕໍ່ສັງຄົມ ແລະ ຕໍ່ປະເທດຊາດ, ເຮັດໃຫ້ຄອບຄົວແຕກແຍກ, ສັງຄົມບໍ່ມີຄວາມສະຫງົບ, ປະເທດຊາດບໍ່ມີການພັດທະນາ. ດັ່ງນັ້ນ, ທຸກຄົນຕ້ອງມີຄວາມເປັນເຈົ້າການ ໃນການປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ ແລະ ພ້ອມພຽງກັນປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອເຮັດໃຫ້ບັນຫາດັ່ງກ່າວ ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ:

ລົງໂຄສະນາຢູ່ທີ ໂຮງຮຽນ ມຕ ໄຊສຳພັນ ເມືອງໄຊເສດຖາ ແຂວງອັດຕະປື

ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2019, ໜ່ວຍງານໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ປກສ ແຂວງ ຍັງໄດ້ສືບຕໍ່ລົງໂຄສະນາຢູ່ທີ ໂຮງຮຽນ ມຕ ໄຊສຳພັນ ເມືອງໄຊເສດຖາ ແຂວງອັດຕະປື ເຊິ່ງມີຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.