ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ

ໃນວັນທີ 13 ພຶດສະພາ, ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ກ່າວຍ້ອງຍໍ ນູແວນເຊລັງ ທີ່ປະກາດຕັ້ງເປົ້າໝາຍຫຼຸດການປ່ອຍຄາບອນທັງໝົດ ໃຫ້ກາຍເປັນສູນພາຍໃນປີ 2050 ພ້ອມທັງຊື່ນຊົມ ການທີ່ ນູແວນເຊລັງ ມີບົດບາດສຳຄັນໃນການຊ່ວຍຄວບຄຸມປະລິມານກ໊າສຄາບອນໄດອອກໄຊ ເຖິງວ່າປະລິມານການປ່ອຍກ໊າສເຮືອນແກ້ວ ທີ່ອອກມາຈາກພາກອຸດສາຫະກຳ ຍັງບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້.

ທັ້ງນີ້, ທ່ານ ກູເຕີເຣສ ຢູ່ລະຫວ່າງການຢ້ຽມຢາມຫຼາຍປະເທດ ໃນປາຊີຟິກໃຕ້ ເພື່ອກະຕຸ້ນເຕືອນໃຫ້ຄຳນຶງເຖິງບັນຫາໂລກຮ້ອນ ແລະ ຈະຮ່ວມປະຊຸມກັບຜູ້ນຳ ແລະ ຜູ້ແທນຈາກຫຼາຍປະເທດ ໃນແຖບມະຫາສະໝຸດປາຊີຟິກ ຢູ່ທີ່ ສາທາລະນະລັດຟິຈິ ກ່ອນຈະເຂົ້າຮ່ວມກອງປະຊຸມສຸດຍອດດ້ານບັນຫາໂລກຮ້ອນ ທີ່ນະຄອນນິວຢອກ ໃນເດືອນກັນຍາ.

ທ່ານ ກູເຕີເຣສ ຢູ່ລະຫວ່າງການຢ້ຽມຢາມຫຼາຍປະເທດ ໃນປາຊີຟິກໃຕ້
ທ່ານ ກູເຕີເຣສ ຢູ່ລະຫວ່າງການຢ້ຽມຢາມຫຼາຍປະເທດ ໃນປາຊີຟິກໃຕ້

ເລຂາທິການຢູເອັນ ໄດ້ກ່າວຢໍ້າເຖິງ ການຫຼົ້ມເຫຼວໃນການຄວບຄຸມການເພີ່ມຂຶ້ນຂອງອຸນຫະພູມ ບໍ່ໃຫ້ເກີນ 1,5 ອົງສາເຊ ຈາກລະດັບໃນຍຸກກ່ອນການປະຕິວັດອຸດສາຫະກຳ.