ເຮືອການຄ້າ 4 ລຳ ຈາກຫຼາຍສັນຊາດ ຖືກກໍ່ການຮ້າຍໃນຕອນເຊົ້າຂອງວັນທີ 12 ພຶດສະພາ

ເວັບໄຊ ອັນຈາຊີຣາ ລາຍງານ ໃນວັນທີ 12 ພຶດສະພາ ທີ່ຜ່ານມາ ວ່າ: ເຈົ້າໜ້າທີ່ UAE (ອາຣັບ ເອມິເຣດ) ບໍ່ໄດ້ຊີ້ແຈງລາຍລະອຽດເລື່ອງ ການກໍ່ການຮ້າຍທີ່ເກີດຂຶ້ນ ໃນວັນທີ 12 ພຶດສະພາ ຫຼື ສັນນິຖານວ່າ ເປັນຝີມືໃຜ ຫຼື ກຸ່ມໃດ.

ສຳນັກຂ່າວ WAM ຂອງທາງການ UAE ເຜີຍແຜ່ຖະແຫຼງການຂອງ ກະຊວງການຕ່າງປະເທດ ວ່າ:

ເຮືອການຄ້າ 4 ລຳ ຈາກຫຼາຍສັນຊາດ ຖືກກໍ່ການຮ້າຍໃນຕອນເຊົ້າຂອງວັນທີ 12 ພຶດສະພາ ທາງຝັ່ງຕາເວັນອອກຂອງ UAE ໂດຍການກະທຳດັ່ງກ່າວເປັນການຄຸກຄາມຊີວິດຂອງລູກເຮືອ ຖືວ່າເປັນເລື່ອງທີ່ອັນຕະລາຍຢ່າງຍິ່ງ, ເຫດເກີດຂະນະທີ່ເຮືອທັງໝົດລອຍລຳຢູ່ໃກ້ນ່ານນໍ້າ UAE ໃນອ່າວໂອມານ ທາງຕາເວັນອອກຂອງທ່າເຮືອຟູໄຈຣາ ໃນລັດຟູໄຈຣາ.

ຂະນະນີ້, ກະຊວງການຕ່າງປະເທດ ຮ່ວມກັບ ໜ່ວຍງານທ້ອງຖິ່ນ ແລະ ສາກົນ ກຳລັງສືບສວນ-ສອບສວນເລື່ອງທີ່ເກີດຂຶ້ນ ແລະ ກ່າວວ່າ ບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ ແລະ ບໍ່ມີສານເຄມີອັນຕະລາຍ ຫຼື ເຊື້ອໄຟ ຮົ່ວໄຫຼ.

ທາງດ້ານສຳນັກຂ່າວ ເອສພີເອ ຂອງທາງການອາຣັບບິ ຊາອຸດິດ ລາຍງານໂດຍອ້າງຄຳກ່າວຂອງ ທ່ານ ຄາລິດ ອັນຟາລີ ລັດຖະມົນຕີກະຊວງພະລັງງານ ອາຣັບບິ ຊາອຸດິດ ວ່າ:

ເຮືອບັນທຸກນໍ້າມັນ ອາຣັບບິ ຊາອຸດິດ ສອງລຳຕົກເປັນເປົ້າໝາຍກໍ່ການຮ້າຍ ນອກແຄມຝັ່ງລັດຟູໄຈຣາ ຂອງ UAE ແລະ ເສຍຫາຍພໍສົມຄວນ ໂດຍເຮືອລຳໜຶ່ງກຳລັງຈະໄປບັນທຸກນໍ້າມັນດິບ ຂອງ ອາຣັບບິ ຊາອຸດິດ ເພື່ອສົ່ງໃຫ້ລູກຄ້າ ໃນ ສະຫະລັດອາເມລິກາ ຂອງ ອາຣາມໂກ ບໍລິສັດຂອງທາງການ ອາຣັບບິ ຊາອຸດິດ ແລະ ເຖິງວ່າ ການກໍ່ການຮ້າຍຄັ້ງນີ້ ບໍ່ໄດ້ເຮັດໃຫ້ມີຜູ້ບາດເຈັບ ຫຼື ເສຍຊີວິດ ແລະ ບໍ່ໄດ້ເຮັດໃຫ້ມີນໍ້າມັນຮົ່ວໄຫຼ ແຕ່ກໍເຮັດໃຫ້ໂຄງສ້າງເຮືອທັງສອງລຳເສຍຫາຍ.

ກ່ອນໜ້ານີ້, ລັດຖະບານລັດຟູໄຈຣາ ໂພສຂໍ້ຄວາມໃນທະວິດເຕີ ເພື່ອປະຕິເສດຂ່າວເກີດລະເບີດ ພາຍໃນທ່າເຮືອຟູໄຈຣາ ແລະ ກ່າວວ່າ ທ່າເຮືອຍັງຄົງເປີດດຳເນີນການຕາມປົກກະຕິ.

ທັ້ງນີ້, ທ່າເຮືອນີ້ ຢູ່ຫ່າງຈາກຊ່ອງແຄບຮໍມຸສ 140 ກິໂລແມັດ ໃຫ້ບໍລິການທັງເກັບ ແລະ ລຳລຽງນໍ້າມັນ, ເປັນຊ່ອງທາງການເດີນເຮືອສຳຄັນຂອງ UAE ໃນການຄ້າກັບພາກພື້ນອິນເດຍ ແລະ ອາຟຣິກກາຕາເວັນອອກ.