ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດພິທີປະກາດໂຍກຍ້າຍຫົວໜ້າກອງບັນຊາການ ປກສ ແຂວງຈໍາປາສັກ ພ້ອມທັງແຕ່ງຕັ້ງຜູ້ຮັກສາການຫົວໜ້າ ປກສ ແຂວງແທນ ໃນຄັ້ງວັນທີ 7 ພຶດສະພາ 2019 ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່. ໂດຍການເຂົ້າຮ່ວມຂອງ ພົຕ ກົງທອງ ພົງວິຈິດ ຮອງລັດ ຖະມົນຕີກະຊວງ ປກສ ມີ ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງໆຈຳປາສັກ ມີຄະນະພັກຈາກກົມໃຫຍ່ການເມືອງ, ຄະນະພັກຄະນະກອງບັນຊາການ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.

ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະ ມົນຕີກະຊວງ ປກສ ເລກທີ 742 ລົງວັນທີ 29 ເມສາ 2019 ວ່າດ້ວຍການໂຍກຍ້າຍພະນັກງານຂັ້ນນຳພາບັນຊາຢູ່ກອງບັນຊາການ ປກສ ແຂວງຈຳປາສັກ ແລະ ໄດ້ຜ່ານຂໍ້ຕົກລົງຂອງລັດຖະ ມົນຕີກະຊວງ ປກສ ເລກທີ 743 ລົງວັນທີ 29 ເມສາ 2019 ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນນຳພາບັນຊາຢູ່ກອງບັນຊາການ ປກສ ແຂວງຈຳປາສັກ; ໃນນັ້ນ, ໄດ້ໂຍກຍ້າຍ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງ ຈຳປາສັກ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນຄວາມສະ ຫງົບ ແລະ ແຕ່ງຕັ້ງ ພັອ ຖາວອນ ບຸນກອງພິມ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ເປັນຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ແລະ ແນໃສ່ ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອພ້ອມກັນເຮັດສຳເລັດຕາມການມອບໝາຍ.

ໂອກາດນີ້, ພົຕ ກົງທອງ ພົງ ວິຈິດ ໄດ້ຊີ້ນໍາໃຫ້ຜູ້ທີ່ຮັບແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ຍົກສູງພາລະບົດບາດໜ້າທີ່ການເມືອງໃໝ່ຂອງຕົນໃຫ້ສູງກວ່າເກົ່າໃຫ້ສົມກັບການຈັດຕັ້ງພັກ-ລັດມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ພາຍໃນແຂວງ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍກວ່າເກົ່າ.