ໄຊໂຄຼນຟານິ ເປັນໄຊໂຄຼນໃນລະດູຮ້ອນລູກທຳອິດ ທີ່ພັດຖະຫຼົ່ມແຄມຝັ່ງອິນເດຍ ທາງອ່າວເບັງການ ໃນຮອບ 43 ປີ

ຈຳນວນຜູ້ເສຍຊີວິດຈາກພາຍຸໄຊໂຄຼນ ພັດຖະຫຼົ່ມທາງພາກຕາເວັນອອກຂອງອິນເດຍ ແລະ ບັງກຼາເດດ ໃນຕົ້ນເດືອນພຶດສະພາ ເພີ່ມຂຶ້ນເປັນ 77 ຄົນແລ້ວ ໃນວັນທີ 13 ພຶດສະພາ ທີ່ຜ່ານມາ ຂະນະທີ່ປະຊາຊົນອີກຫຼາຍລ້ານຄົນ ເລີ່ມບໍ່ພໍໃຈກັນຫຼາຍຂຶ້ນທີ່ຍັງບໍ່ມີໄຟຟ້າ ແລະ ນໍ້າປະປາໃຊ້.

ໄຊໂຄຼນຟານິ ເຊິ່ງເປັນໄຊໂຄຼນໃນລະດູຮ້ອນລູກທຳອິດ ທີ່ພັດຖະຫຼົ່ມແຄມຝັ່ງອິນເດຍ ທາງອ່າວເບັງການ ໃນຮອບ 43 ປີ ໄດ້ມາຂຶ້ນຝັ່ງທີ່ລັດໂອດິຊາ ໃນວັນທີ 3 ພຶດສະພາ ທີ່ຜ່ານມາ ໂດຍມີລົມພັດແຮງສູງສຸດ 200 ກິໂລແມັດຕໍ່ຊົ່ວໂມງ ສ້າງຄວາມເສຍຫາຍຕາມບ້ານເຮືອນ 5 ແສນຫຼັງ, ຕົ້ນໄມ້ໂຄ່ນຫຼົ້ມຫຼາຍແສນຕົ້ນ ແລະ ໄຟຟ້າດັບ, ຕັດຂາດລະບົບໂທລະຄົມມະນາຄົມ ແລະ ນໍ້າປະປາສຳລັບປະຊາຊົນຫຼາຍລ້ານຄົນ ໃນລັດໂອດິຊາ, ໂດຍປັດຈຸບັນ ມີລາຍງານຜູ້ເສຍຫາຍໃນອິນເດຍ 64 ຄົນ ແລະ ທີ່ບັງກຼາເດດ 13 ຄົນ.

ຂະນະດຽວກັນ, ຜູ້ລອດຊີວິດບໍ່ພໍໃຈຈາກເຫດການດັ່ງກ່າວ ອອກມາປະທ້ວງຕາມຖະໜົນຫົນທາງ ເພາະໄດ້ຮັບການຊ່ວຍເຫຼືອຫຼ້າຊ້າ, ອາຫານ ແລະ ສິ່ງຂອງຈຳເປັນ ລາຄາແພງຂຶ້ນຫຼາຍ ແລະ ຂາດເຂີນນໍ້າ.

ນອກຈາກນີ້, ເຈົ້າຄອງລັດໂອດິຊາ ໄດ້ກ່າວວ່າ:

ຈະເລີ່ມປະເມີນຄວາມເສຍຫາຍຕາມບ້ານເຮືອນ ຕັ້ງແຕ່ວັນທີ 15 ພຶດສະພາ ແລະ ສັນຍາຈະໃຫ້ການຊ່ວຍເຫຼືອທາງການເງິນແກ່ຄອບຄົວທີ່ປະສົບໄພ.