ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ພະລາທິການ ໃນວັນທີ 9 ພຶດສະພາ 2019 ລະຫວ່າງ ພົຈວ ຄຳໄຕ ຄຳແພງເພັດ ຫົວໜ້າກົມໃຫຍ່ພະລາທິການ (ຜູ້ເກົ່າ) ແລະ ພັອ ໜູດີ ມີໄຊຍະລາດ ຈາກຮອງແຕ່ງຕັ້ງຂຶ້ນເປັນຫົວໜ້າ ກົມໃຫຍ່ພະລາທິການ (ຜູ້ໃໝ່). ໂດຍການເປັນປະທານຂອງ ພົຕ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະພັກກົມໃຫຍ່F ຄະນະຫ້ອງ, ກົມ, ຄະນະອຳນວຍການໂຮງໝໍ 5 ເມສາ ພ້ອມດ້ວຍພະນັກງານນຳພາ-ບັນຊາທົ່ວກົມໃຫຍ່ພະລາທິການເຂົ້າຮ່ວມ.

ພົຈວ ຄຳໄຕ ຄຳແພງເພັດ ໄດ້ຂຶ້ນຜ່ານລາຍງານຕະຫຼອດໄລຍະ 10 ປີ ຜ່ານມາ, ໄດ້ນຳພາການເຄື່ອນໄຫວກຳລັງພະລາທິການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ເວລາໃດກໍໄດ້ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວ ຄິດເປັນກົກ ຕິດພັນກັບການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ, ພ້ອມທັງເອົາໃຈໃສ່ປັບປຸງບູລະ ນະກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບການປະຕິບັດໜ້າທີ່ເພື່ອຮັບປະກັນພະລາທິການຮອບດ້ານໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ, ສາມາດຮັບສຳເລັດໜ້າທີ່ວຽກງານຕາມການມອບໝາຍໃນແຕ່ລະໄລຍະ.

ພົຕ ສົມຫວັງ ທຳມະສິດ ໄດ້ເນັ້ນໃຫ້ຫົວໜ້າກົມຜູ້ໃໝ່ ຈົ່ງສືບຕໍ່ຊີ້ນຳ-ນຳພາການຈັດຕັ້ງປະຕິບັດວຽກງານພະລາທິການດ້ວຍຄວາມຮັບຜິດຊອບສູງ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ແຜນຍຸດທະສາດທີ່ກຳນົດໄວ້ໃຫ້ປະກົດຜົນເປັນຈິງ.