ຕາມການໃຫ້ຂໍ້ມູນຈາກປະຊາຊົນ ບ້ານຫ້ວຍຈ້ວງ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນຄໍ່າຄືນຂອງວັນທີ 3 ພຶດສະພາ 2019 ເວລາ 22:30 ໂມງ ໄດ້ເກີດມີລົມພາຍຸພັດຖະຫຼົ່ມ ເຮັດໃຫ້ເຮືອນຂອງປະຊາຊົນເສຍຫາຍ 120 ຄອບຄົວ ລວມມູນຄ່າເສຍຫາຍ 600 ລ້ານກວ່າກີບ.

ໃນນັ້ນ, ມີເຮືອນພັກຂອງຄູ 2 ຫຼັງ, ເຮືອນພັກແພດ 1 ຫຼັງ, ຫ້ອງການບ້ານ 1 ຫຼັງ, ໂຮງຮຽນອະນຸບານ 1 ຫຼັງ, ໂຮງຮຽນປະຖົມ 1 ຫຼັງ, ໂຮງຮຽນມັດທະຍົມຕົ້ນ 1 ຫຼັງ, ເຮືອນເສຍຫາຍໝົດຫຼັງຄາເຮືອນ ມີ 10 ຫຼັງ, ຫຼັງຄາຮື້ອອກໝົດ ມີ 111 ຫຼັງ ແລະ ເຮືອນມຸງດ້ວຍຫຍ້າຈໍານວນໜຶ່ງ ລວມມູນຄ່າເສຍຫາຍທັງໝົດ 603 ລ້ານກວ່າກີບ.

ຕໍ່ກັບເຫດການດັ່ງກ່າວ, ທາງອໍານາດການປົກຄອງ ເມືອງຫົງສາ ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ດ້ວຍການຊ່ວຍລະດົມກໍາລັງແຮງງານເພື່ອສ້ອມແປງເຮືອນຊານຂອງປະຊາຊົນທີ່ຖືກລົມພາຍຸພັດ ໃຫ້ໄດ້ພັກເຊົາຊົ່ວຄາວ; ພ້ອມທັງໄດ້ຊ່ວຍມອບຜ້າບັດໃຫຍ່ໃຫ້ປະຊາຊົນໄວ້ມຸງເຮືອນຊົ່ວຄາວ ຈໍານວນ 30 ຜືນ, ຊ່ວຍສັງກະສີ 450 ແຜ່ນ ແລະ ເຫຼັກຕະປູ 114 ກິໂລກຼາມ ລວມມູນຄ່າ 23 ລ້ານກວ່າກີບ.

ຕໍ່ມາ ໃນວັນທີ 5 ພຶດສະພານີ້, ອໍານາດການປົກຄອງ ແຂວງໄຊຍະບູລີ ໄດ້ຈັດຕັ້ງຄະນະລົງກວດກາ, ເກັບກໍາຂໍ້ມູນຄວາມເສຍຫາຍຕົວຈິງ ເພື່ອຈະໄດ້ໃຫ້ການຊ່ວຍເຫຼືອປະຊາຊົນທີ່ຖືກເຄາະຮ້າຍໃນຄັ້ງນີ້ ໃຫ້ທ່ວງທັນກັບສະພາບການ ແລະ ຄືນສູ່ສະພາບປົກກະຕິ.