ທ່ານ ນາງ ວັນນະລີ ເຈັ່ນຄຳເຫຼັກ ຮອງຫົວໜ້າພະແນກ ຖວທ ແຂວງ - ທ່ານ ບຸນພານິດ ແກ້ວຮຸ່ງ ຮອງຫົວໜ້າ ຍທຂ ແຂວງ ເປັນປະທານ

ວັນທີ 9 ພຶດສະພາ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ຮ່ວມກັບ ສະຖານີວິທະຍຸ-ໂທລະພາບ ແຂວງຜົ້ງສາລີ ໄດ້ຈັດພິທີເປີດລາຍການວິທະຍຸຂອງ ພະແນກໂຍທາທິການ ແລະ ຂົນສົ່ງ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວັນນະລີ ເຈັ່ນຄຳເຫຼັກ ຮອງຫົວໜ້າພະແນກ ຖວທ ແຂວງ, ມີ ທ່ານ ບຸນພານິດ ແກ້ວຮຸ່ງ ຮອງຫົວໜ້າ ຍທຂ ແຂວງ, ມີ ຫົວໜ້າສະຖານີວິທະຍຸ-ໂທລະພາບ ແຂວງ ພ້ອມບັນດາທ່ານຫົວໜ້າຂະແໜງ, ນັກຈັດລາຍການ, ວິຊາການ ທີ່ກ່ຽວຂ້ອງທັງສອງພະແນກການ ເຂົ້າຮ່ວມ.

ໃນພິທີ, ສອງຝ່າຍໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານຈັດລາຍການດັ່ງກ່າວ ໂດຍລາຍການຂອງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ແມ່ນໃສ່ຊື່ວ່າ ລາຍການໂຍທາເພື່ອການພັດທະນາ ອອກອາກາດທາງວິທະຍຸກະຈາຍສຽງ ແຂວງ, ຄື້ນຄວາມຖີ່ 100,8 MHZ ແລະ ລະບົບໂທລະໂຄ່ງ ໃນທຸກໆວັນອັງຄານ ວັນລະ 3 ພາກ ຄື:

ພິທີເປີດລາຍການວິທະຍຸຂອງ ພະແນກໂຍທາທິການ ແລະ ຂົນສົ່ງ
ພິທີເປີດລາຍການວິທະຍຸຂອງ ພະແນກໂຍທາທິການ ແລະ ຂົນສົ່ງ
  • ພາກເຊົ້າເວລາ 5:30 ຫາ 6:00
  • ພາກທ່ຽງ 10:30 ຫາ 11:00
  • ພາກແລງ ແຕ່ເວລາ 17:00 ຫາ 17:30.

ລາຍການໂຍທາເພື່ອການພັດທະນາ ແມ່ນເພື່ອໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ກົດໝາຍ, ນິຕິກຳຕ່າງໆກ່ຽວກັບ ວຽກງານຄົມມະນາຄົມຂົນສົ່ງ, ການກໍ່ສ້າງເຄຫາສະຖານ, ການເຄື່ອນໄຫວວຽກງານຂອງ ພະແນກໂຍທາທິການ ແລະ ຂົນສົ່ງ ໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງ ວຽກງານບູລະນະຮັກສາທາງຫຼວງ, ການກໍ່ສ້າງ, ການປະຕິບັດລະບຽບການຕ່າງໆຂອງ ຂົງເຂດໂຍທາທິການ ແລະ ຂົນສົ່ງ ເພື່ອພ້ອມກັນພັດທະນາວຽກງານດັ່ງກ່າວ ໃຫ້ດີຂຶ້ນເປັນກ້າວໆ.

ມອບໃບຍ້ອງຍໍຂອງ ທ່ານເຈົ້າແຂວງໆຜົ້ງສາລີ ໃຫ້ແກ່ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ
ມອບໃບຍ້ອງຍໍຂອງ ທ່ານເຈົ້າແຂວງໆຜົ້ງສາລີ ໃຫ້ແກ່ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ

ໃນພິທີ ຍັງໄດ້ມອບໃບຍ້ອງຍໍຂອງ ທ່ານເຈົ້າແຂວງໆຜົ້ງສາລີ ໃຫ້ແກ່ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ທີ່ຊ່ວຍສົມທົບທຶນໃນການສ້ອມແປງຫ້ອງອັດສຽງໃຫ້ ສະຖານີວິທະຍຸ-ໂທລະພາບ ແຂວງ ລວມມູນຄ່າ 10 ລ້ານກີບ.