ຫວ່າງບໍ່ດົນມານີ້, ກອງບັນຊາການ ປກສ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາ ປີ 2018 ແລະ ວາງທິດທາງແຜນປີ 2019  ໂດຍການເຂົ້າຮ່ວມເປັນປະທານ ຂອງ ພັອ ສຸດທະສົມ ບຸນນະສິງ  ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີເຈົ້າເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ, ບັນດາຄະນະພັກ-ຄະນະບັນຊາ ປກຊ-ປກສ ເຂົ້າຮ່ວມ.

ພັທ ຄໍາໃສ ທິຄໍາມີ ຮອງຫົວໜ້າກອງ ບັນຊາການ ປກສ ເມືອງໄຊພູທອງ ໄດ້ກ່າວ ວ່າ:

ປີຜ່ານມາ ສາມາດກວດຄົນເຂົ້າ-ອອກ ເມືອງໄດ້ທັງໝົດ 2497 ຄົນ ຍິງ 784 ຄົນ, ຄົນລາວເຂົ້າ-ອອກເມືອງ 1.604 ຄົນ ຍິງ 431 ຄົນ, ເດັກນ້ອຍ 229 ຄົນ ຍິງ 65 ຄົນ. ພ້ອມດຽວກັນນີ້, ທົ່ວເມືອງຍັງມີຄະດີເກີດຂຶ້ນທັງໝົດ 69 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 171 ຄົນ ຍິງ 13 ຄົນ, ຄົນຕ່າງປະເທດ 1 ຄົນ,  ແກ້ໄຂແລ້ວ 36 ເລື່ອງ ຜູ້ຖືກຫາ 118 ຄົນ ຍິງ 9 ຄົນ, ສົ່ງສູນດັດສ້າງ 5 ຄົນ, ສົ່ງໄອຍະການເຂດ II ມີ 11 ເລື່ອງ ຜູ້ຖືກຫາ 26 ຄົນ ຍິງ 3 ຄົນ, ສົ່ງ ປກສ ແຂວງ 14 ເລື່ອງ ຜູ້ຖືກຫາ 18  ຄົນ ຍິງ 1 ຄົນ,  ຄະດີຍັງດໍາເນີນປັດຈຸບັນມີ 3 ເລື່ອງ,  ຜູ້ຖືກຫາ 4 ຄົນ ຂອງກາງຢາບ້າ 3 ມັດ ແລະ ຄະດີອາຍາເກີດຂຶ້ນທັງໝົດ 31 ເລື່ອງ, ຜູ້ຖືກຫາ 57 ຄົນ ຍິງ 6 ຄົນ ທຽບໃສ່ປີ 2017 ເພີ່ມຂຶ້ນ 6 ເລື່ອງ. ຄຽງຄູ່ກັນນັ້ນ ຍັງໄດ້ເອົາໃຈໃສ່ສະກັດກັ້ນເລີກຮື້ແກ້ໄຂປຸ້ນຈີ້, ຊິງຊັບ, ສະກັດກັ້ນປາບປາມຢາເສບຕິດ ໄດ້ທັງໝົດ 48 ເລື່ອງ, ຜູ້ຖືກຫາ 100 ຄົນ ຍິງ 5 ຄົນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 8 ເລື່ອງ ລວມຂອງກາງຢາບ້າຈໍານວນ 2.097 ເມັດ; ສ່ວນຄະດີທີ່ພົ້ນເດັ່ນກວ່າໝູ່ ແມ່ນຄະດີຢາເສບຕິດ ໄດ້ກັກຜູ້ຖືກຫາ ຈໍານວນ 2 ຄົນ ພ້ອມຂອງກາງຢາບ້າ 103 ມັດ ກັບ 8 ຖົງ ເທົ່າກັບ 207.600 ເມັດ.

ນອກນີ້, ພາຍໃນເມືອງ ຍັງໄດ້ປະກາດບ້ານ ຈໍານວນ 33 ບ້ານ ເປັນບ້ານປ້ອງກັນຄວາມສະຫງົບດີ ມີ 7.457 ຄອບຄົວ ເທົ່າກັບ 97,4%. ໂອກາດດຽວກັນນີ້,  ພັຕ ສຸວັນຫອມ  ສົມບັດ ຫົວໜ້າພະແນກການເມືອງ ໄດ້ປະກາດຂໍ້ຕົກລົງເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ມີ:  ຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ 1 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ.