ປກສ ແຂວງຄຳມ່ວນ ປາຖະກະຖາມູນເຊື້ອວັນກຳມະກອນສາກົນ

ອາທິດຜ່ານມານີ້, ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກຳມະກອນສາກົນ ຄົບຮອບ 133 ປີ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ໂຮງຮຽນ, ຄ້າຍຄຸມຂັງ-ດັດສ້າງ, ພະນັກງານ-ນັກຮົບພາຍໃນກອງບັນຊາການເຂົ້າຮ່ວມຮັບຟັງ.

ໃນພິທີ, ພັອ ພົມມາ ເດດຂຸນຟອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ:  ວັນທີ 1 ພຶດ ສະພາ 1886 ຢູ່ຕົວເມືອງຊິກາໂກ ປະເທດສະຫະລັດ ອາເມລິກາ ໄດ້ມີຂະບວນການຕໍ່ສູ້ຂອງກຳມະກອນຫຼາຍພັນຄົນ ເພື່ອຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ ເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ວັນ, 8 ຊົ່ວໂມງແມ່ນພັກຜ່ອນ ແລະ ອີກ 8 ຊົ່ວໂມງຮໍ່າຮຽນ; ຕໍ່ໜ້າສະພາບການຄື ແນວນັ້ນກອງປະຊຸມພັກກອມມູນິດສາກົນ ຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ປາຣີ ປະເທດຝຣັ່ງ ກອງປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນ ນັບແຕ່ນັ້ນມາຈຶ່ງໄດ້ກຳນົດເອົາວັນທີ 1 ພຶດສະພາ ເປັນວັນກຳມະກອນສາກົນ ແລະ ໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ ຈາກເຫດການຂອງ ວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຢູ່ທະວີບເອີຣົບ ແລະ ອາເມລິກາ ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນ ທັງເປັນບາດກ້າວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍສໍາຄັນອັນໃຫຍ່ຫຼວງໃນຂະບວນຕໍ່ສູ້ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.

ໃນໂອກາດດັ່ງກ່າວ, ທ່ານຍັງໄດ້ຮຽກຮ້ອງມາຍັງສະມາຊິກກໍາມະບານ, ພະນັກງານ-ນັກຮົບທຸກສະຫາຍໃນທົ່ວກຳລັງປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ ຈົ່ງສາມັກຄີກັນຢ່າງແໜ້ນແຟ້ນ, ຕັ່ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີລະບຽບວິໄນ ໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້ ແລະ ມູນເຊື້ອອັນດີງາມຂອງຊົນຊັ້ນ ກຳມະກອນລາວ, ເອົາໃຈໃສ່ຍົກລະດັບຄວາມຮູ້-ຄວາມສາມາດໃຫ້ສູງຂຶ້ນເລື້ອຍໆ.