ເຊັນບົດບັນທຶກຄວາມເຂົ້າໃຈ

ໃນວັນທີ 3 ພຶດສະພາ ທີ່ຜ່ານມານີ້, ອົງການປົກຄອງແຂວງຜົ້ງສາລີ ຕາງໜ້າ ໂດຍ ທ່ານ ຄຳເຫຼັກ ໃຈອີສານ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ບໍລິສັດ ສານລີສຶຮຸ້ນສ່ວນ ຈຳກັດ  ຕາງໜ້າໂດຍ ທ່ານ ນາງ ວູຈົງຍິນ ອຳນວຍ ການບໍລິສັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ໂດຍມີ ທ່ານ ຄຳຜອຍ ວັນນະສານ ຮອງເຈົ້າແຂວງໆຜົ້ງສາລີ ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກ ຂີພະຍານ.

ການເຊັນສັນຍາບົດບັນທຶກໃນຄັ້ງນີ້, ເພື່ອເປັນການເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ ແມ່ນຄວາມຫວັງ ແລະ ຄວາມຮຽກຮ້ອງຕ້ອງການຂອງພວກເຮົາບົນພື້ນຖານໂຄງການປູກຢາງພາລາຂອງ ບໍລິສັດ ຢົງໄທ້ຢາງພາລາ ແຂວງຜົ້ງສາລີ ຈຳກັດ ໃຫ້ມີຄວາມຄືບໜ້າ, ມີຜົນສໍາເລັດ ແລະ ນຳຜົນປະໂຫຍດມາໃຫ້ແກ່ສອງຝ່າຍ, ຍົກສູງການສ້າງ ສາຍພົວພັນການຮ່ວມມື, ມີຜົນຕອບແທນ ແລະ ຜົນປະໂຫຍດຮ່ວມກັນ.

ໃນຕໍ່ໜ້າທັງສອງຝ່າຍ, ຈະສືບຕໍ່ຂະຫຍາຍການລົງທຶນປູກຢາງພາລາ ແລະ ເພີ່ມຂີດຄວາມສາມາດໃນການປຸງແຕ່ງຢາງພາລາທີ່ມີຢູ່ໃນປັດຈຸບັນ ນໍາໄປປຸງແຕ່ງຜະລິດຕະພັນຢາງພາລາເປັນສິນຄ້າເຄິ່ງສໍາເລັດຮູບ ແລະ ສໍາເລັດຮູບ, ຂະຫຍາຍສາຍພົວພັນການຮ່ວມມືເຂົ້າສູ່ການພັດທະນາຫຼາຍຮູບເເບບ ໂດຍນຳໃຊ້ບໍລິສັດທີ່ມີຢູ່ໃນລາວ ໂດຍການເປີດກວ້າງ ແລະ ໃຫ້ນະໂຍບາຍສົ່ງເສີມດຶງດູດການລົງທຶນ.