ໄຊຍະບູລີ-ພິດສະນຸໂລກ ຫາລືການຄ້າ ແລະ ການທ່ອງທ່ຽວ

ເມື່ອບໍ່ດົນມານີ້, ທີ່ແຂວງໄຊຍະບູລີ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຄ້າຊາຍແດນ ແລະ ການທ່ອງທ່ຽວ ລະຫວ່າງແຂວງໄຊຍະບູລີ ນໍາໂດຍທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ແຂວງພິດສະນຸໂລກ ຣາຊະອານາຈັກໄທ ນໍາໂດຍ ທ່ານ ບຸນຊັບ ພານິດສະການ ອຳນວຍການມະຫາວິທະຍາໄລນະເລສວນ ພ້ອມດ້ວຍຄະນະ.

ທ່ານ ຍັນຍົງ ສີປະເສີດ ໄດ້ລາຍງານສະພາບຈຸດພິເສດຂອງແຂວງ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດທີ່ມີຊາຍແດນຕິດຈອດກັບແຂວງໄຊຍະບູລີ ເຊິ່ງໄລຍະຜ່ານມາ ແມ່ນໄດ້ມີການປະຊຸມ ຮ່ວມມືກັບບັນດາແຂວງຂອງໄທ ກ່ຽວກັບການຮັກສາຄວາມສະຫງົບຕາມບໍລິເວນຊາຍແດນ, ການເຂົ້າ-ອອກຜ່ານດ່ານຕ່າງໆ, ການຄ້າ, ການທ່ອງທ່ຽວ ແລະອື່ນໆ ເຮັດໃຫ້ຊາຍແດນມີຄວາມສະຫງົບ-ປອດໄພ ຮອບດ້ານ, ສ້າງເງື່ອນໄຂໃຫ້ການຄ້າ-ການທ່ອງທ່ຽວ ແລະ ການໄປ-ມາຂອງປະຊາຊົນທັງສອງຊາດມີຄວາມສະດວກຂຶ້ນເທື່ອລະກ້າວ.

ໂອກາດດັ່ງກ່າວ, ທ່ານ ບຸນຊັບ ພານິດສະການ ໄດ້ກ່າວຈຸດປະສົງເພື່ອສຶກສາຄວາມເປັນໄປໄດ້ຂອງການເຊື່ອມໂຍງລະຫວ່າງໄທ, ລາວ ແລະ ຈີນ ໂດຍຜ່ານເສັ້ນທາງຫຼວງຂອງແຂວງໄຊຍະບູລີ ເພື່ອໄປສູ່ເສັ້ນທາງລົດໄຟລາວ-ຈີນ, ເຊິ່ງມີສະຖານີຢູ່ແຂວງຫຼວງພະບາງ, ສຶກສາໂຄງການວິໄຈໄລຍະສອງກ່ຽວກັບ ການເຊື່ອມໂຍງການໄປ-ມາ, ການແລກປ່ຽນສິນຄ້າຂອງປະຊາຊົນ ໂດຍຜ່ານດ່ານແຫ່ງຕ່າງໆ, ສຶກສາເບິ່ງລະບົບເສັ້ນທາງເພື່ອຈະນໍາສົ່ງສິນຄ້າ ໂດຍສະເພາະແມ່ນ ອາຫານທະເລທີ່ຈະສົ່ງໄປຈໍາໜ່າຍຢູ່ບັນດາແຂວງພາກເໜືອຂອງລາວ ແລະ ບັນດາແຂວງຂອງ ສປ ຈີນ ທີ່ບໍ່ຕິດກັບທະເລ ໂດຍອາໄສລົດໄຟລາວ-ຈີນ.

ຈາກນັ້ນ, ທັງສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບການຄ້າ, ການທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ເພື່ອປຶກສາຫາລືກ່ຽວກັບການປັບປຸງບັນດາດ່ານຂອງທັງສອງຝ່າຍທີ່ຍັງບໍ່ໄດ້ມາດຖານ ເພື່ອອໍານວຍຄວາມສະດວກໃນການເຂົ້າ- ອອກ, ການຂົນສົ່ງສິນຄ້າ ແລະ ການບໍລິການດ້ານຕ່າງໆ ຢູ່ຈຸດຜ່ານແດນແຕ່ລະແຫ່ງ.