ວັນທີ 22 ພຶດສະພາ 2019, ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ປກສ ແຂວງໄຊຍະບູລີ ໂດຍທ່ານໄດ້ມີທິດຊີ້ນຳໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກງານຫຼັກແຫຼ່ງທົ່ວ ປກສ ແຂວງ ຈົ່ງເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວກໍາລັງ ປກສ ແຂວງໄຊຍະບູລີ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ຍົກສູງນໍ້າໃຈເດັດດ່ຽວ, ສ້າງສະຕິກຽມພ້ອມເຮັດສໍາເລັດໜ້າ ທີ່ໃນທຸກສະຖານະການ.

ໂອກາດນີ້, ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີທິດຊີ້ນໍາ ແລະ ເນັ້ນໜັກໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກງານຫຼັກແຫຼ່ງເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໂດຍການຈັດຕັ້ງເຜີຍແຜ່ບັນດາເອກະສານສຳຄັນຕ່າງໆໃຫ້ພະນັກງານ-ນັກຮົບຮັບຮູ້ຢ່າງທົ່ວເຖິງ, ທັງເປັນການຮັບ ປະກັນໃຫ້ພະນັກງານມີແນວຄິດອຸ່ນອຽນທຸ່ນທ່ຽງ, ເປັນເຈົ້າການປະຕິບັດໜ້າທີ່-ທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນການສຸມໃສ່ຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນຢູ່ໃນສັງຄົມຢ່າງຮີບດ່ວນ ແລະ ທັນເຫດການ; ຄຽງຄູ່ກັບການຄົ້ນຄວ້າທຸກເງື່ອນໄຂທ່າແຮງບົ່ມຊ້ອນປະກອບສ່ວນເຂົ້າໃນການພັດທະນາກົມກອງ ແລະ ຊຸກຍູ້, ສົ່ງເສີມການຜະລິດເສດຖະກິດ ເພື່ອຕອບສະໜອງຊີວິດການເປັນຢູ່ໃນທົ່ວກໍາລັງໃຫ້ດີຂຶ້ນເປັນກ້າວໆ; ຕັ້ງໜ້າປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕິດພັນກັບຮາກຖານປະຊາຊົນຢູ່ບັນດາທ້ອງຖິ່ນ, ເຂດຈຸດສຸມ, ຫ່າງໄກສອກຫຼີກ ເພື່ອນໍາພາອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຈັດຕັ້ງປະຕິບັດວຽກງານ ປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນ, ເຂັ້ມແຂງ; ເຮັດໃຫ້ຄອບຄົວ ແລະ ຮາກຖານບ້ານມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍເທື່ອລະກ້າວ.

ໃນໂອກາດທີ່ລົງເຄື່ອນໄຫວຄັ້ງນີ້, ທ່ານລັດຖະມົນຕີກະຊວງ ປກສ ພ້ອມຄະນະ ກໍໄດ້ຮັບຟັງການລາຍງານກ່ຽວກັບສະພາບການປະຕິບັດວຽກງານຕ້ານ-ແກ້ໄຂທີ່ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນແຂວງ, ໂດຍແມ່ນ ພັອ ຄໍາແພງເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ລາຍງານໃຫ້ຮູ້ວ່າ: ເຖິງວ່າກຳລັງ ປກສ ແຂວງໄຊຍະບູລີ ໄດ້ມີຄວາມເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດແລ້ວກໍຕາມ ແຕ່ກໍຍັງມີບັນຫາປະ ກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ເປັນຕົ້ນແມ່ນບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ບັນຫາອາຊະຍາກໍາປະເພດຕ່າງໆ, ເຊິ່ງຜ່ານມາກຳລັງປ້ອງກັນຄວາມສະຫງົບ ໄດ້ສົມທົບອໍານາດການປົກຄອງທຸກຂັ້ນທີ່ກ່ຽວຂ້ອງດໍາເນີນການແກ້ໄຂຢ່າງທັນການ; ຄຽງຄູ່ກັນນີ້, ຕໍ່ກັບບັນດາແຜນງານ, ວຽກງານຍຸດທະສາດທີ່ກະຊວງ ປກສ ວາງອອກ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນກໍ່ໄດ້ນໍາພາຈັດຕັ້ງຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍເຂົ້າສູ່ລວງເລິກແຕ່ລະຂົງເຂດວຽກງານວິຊາສະເພາະ, ພ້ອມກັນຈັດຕັ້ງປະຕິບັດມີຜົນສໍາເລັດເປັນກ້າວໆ, ອັນໄດ້ປະກອບສ່ວນເຮັດໃຫ້ສະພາບໂດຍລວມໃນທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມອຸ່ນອຽນທຸ່ນທ່ຽງໃນການທໍາມາຫາກິນ.