ຫ້ອງວ່າການແຂວງຈຳປາສັກ ໄດ້ຈັດພິທີມອບສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ ຢູ່ຫໍວັດທະນະທຳແຂວງຈຳປາສັກ ໂດຍມີທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ສປປ ລາວ, ທ່ານ ຫງວຽນ ຫິວທາກ ຮອງເຈົ້າ ແຂວງໆກອນຕູມ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາການນຳ ຂັ້ນສູງຈາກ 3 ແຂວງ ຄື: ຈຳປາສັກ, ເຊກອງ ແລະ ອັດຕະປື, ມີບັນດາສະຫາຍຈາກກົງສູນໃຫຍ່ ສສ ຫວຽດ ນາມ ທີ່ປະຈຳຢູ່ພາກໃຕ້ຂອງລາວ, ກຳລັງ ປກຊ, ປກສ ແຂວງ, ແຂກຮັບເຊີນ ແລະ ພໍ່-ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ, ໄດ້ມີການວາງພວງມາລາ ເພື່ອລະນຶກເຖິງຄຸນງາມຄວາມດີ, ເຖິງດວງວິນຍານຂອງບັນດາພະນັກງານ-ນັກຮົບ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະລະຊີວິດ ແລະ ເລືອດເນື້ອ ເພື່ອ ປະເທດຊາດສະໄໝສົງຄາມຢູ່ລາວ ໃນໄລຍະຕໍ່ສູ້ຕ້ານກັບພວກຈັກກະພັດຕ່າງດ້າວຈົນໄດ້ຮັບໄຊຊະນະ.

ຈາກນັ້ນ, ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງໆຈຳປາສັກ ໄດ້ຂຶ້ນຜ່ານບົດບັນທຶກເຮັດວຽກຮ່ວມລະ ຫວ່າງສອງແຂວງ ຄື: ຄະນະປະຕິບັດງານພິເສດລັດຖະບານ ສສ ຫວຽດນາມ ກັບ ຄະນະປະຕິບັດງານພິເສດ ສປປ ລາວ ຄັ້ງທີ 23 ໃນວັນທີ 18 ກໍລະກົດ 2018 ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ກໍຄືຂອງລັດຖະ ບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ສສ ສັງຄົມນິຍົມຫວຽດນາມ ທີ່ລົງນາມໃນ ຄັ້ງວັນທີ 7 ເມສາ 1994 ວ່າດ້ວຍການຂຸດຄົ້ນເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດ ເພື່ອຊາດໃນສະໄໝສົງຄາມຢູ່ລາວກັບຄືນປະເທດ ແລະ ຜ່ານການປະສານສົມທົບພົວພັນຮ່ວມມືຂອງຄະນະປະຕິບັດງານພິເສດແຂວງຈຳປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື ແຫ່ງ ສປປ ລາວ ກັບຄະນະປະຕິບັດງານພິເສດແຂວງກອນຕູມ ສັງຄົມນິຍົມຫວຽດນາມ ປະຈຳສົກປີ 2018-2019. ສາມາດຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ 4 ອັດ ຖິຄື: ອັດຖິທີ 1 ແມ່ນຢູ່ແຂວງຈຳປາສັກ ແລະ ອີກ 3 ອັດຖິ ແມ່ນຢູ່ແຂວງອັດຕະປື.


ໃນຕອນທ້າຍຂອງພິທີ, ໄດ້ມີການເຊັນບົດບັນທຶກມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ໂດຍຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ກໍຄືແຂວງຈຳປາສັກ ເຊັນມອບ-ສົ່ງ ໂດຍ ທ່ານ ສົມສະ ໜິດ ບຸດຕິວົງ ແລະ ຕາງໜ້າຮັບ ຈາກລັດຖະບານແຫ່ງ ສສ ຫວຽດນາມ ກໍຄືແຂວງກອນຕຸມ ໂດຍ ທ່ານ ຫງວຽນ ຫິວ ທາກ ເພື່ອນຳ ເອົາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ກັບຄືນສູ່ປະເທດຢ່າງສົມກຽດ.