ພະແນກ ຍທຂ-ຈະລາຈອນ ເຜີຍແຜ່ລະບຽບການສັນຈອນ

0
2569

ພະແນກໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງອຸດົມໄຊ ນໍາເອົາກົດລະບຽບການສັນຈອນທາງບົກ ລົງເຜີຍແຜ່ໃຫ້ນັກຮຽນ ມສ ຫົວນໍ້າງາ ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 17 ພຶດສະພາ 2019, ໂດຍມີ ຫົວໜ້າອໍານວຍການໂຮງຮຽນ, ມີ ຄະນະອໍານວຍການ, ຄູ-ອາຈານ ຕະຫຼອດຮອດນັກຮຽນ ພາຍໃນໂຮງຮຽນເຂົ້າຮ່ວມທັງໝົດ 170 ກວ່າຄົນ.

ທ່ານ ຄໍາສຸກ ສະຣິດຖິລາດ ຮອງຫົວໜ້າພະແນກ ຍທຂ ແຂວງອຸດົມໄຊ ໄດ້ກ່າວວ່າ:

ຍ້ອນຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ຂອງການຈັດຕັ້ງແຕ່ລະຂັ້ນ ຕໍ່ກັບຊີວິດ, ສຸຂະພາບ, ຊັບສິນຂອງລວມໝູ່, ຂອງຄອບຄົວ, ຂອງບຸກຄົນ ແລະ ຍັງເປັນການຫຼຸດຜ່ອນຄວາມສູນເສຍຕ່າງໆ ໂດຍສະເພາະ ອຸບັດຕິເຫດທີ່ເກີດຂຶ້ນພາຍໃນແຂວງອຸດົມໄຊ ແຕ່ລະໄລຍະ ເຊິ່ງມັນໄດ້ສ້າງຄວາມເສຍຫາຍບໍ່ໜ້ອຍ, ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມທ້ອງຖະໜົນ ແລະ ເພື່ອເຮັດໃຫ້ສະພາບອຸບັດຕິເຫດ ຕາມທ້ອງຖະໜົນສາຍຕ່າງໆ ຫຼຸດລົງໃນແຕ່ລະວັນ ຈຶ່ງຮຽກຮ້ອງມາຍັງ ຄູ-ອາຈານ ແລະ ນ້ອງນັກຮຽນທຸກຄົນ ໃຫ້ເອົາໃຈໃສ່, ຕັ້ງໃຈຟັງການໂຄສະນາເຜີຍແຜ່, ຮັບຟັງການອະທິບາຍ, ການບັນຍາຍ, ການສາທິດ ແລະ ການສົນທະນາ, ຖາມ-ຕອບບັນດາຄໍາຖາມ, ມີສ່ວນຮ່ວມຢ່າງເປັນຂະບວນຟົດຟື້ນ ເຕັມໄປດ້ວຍຄຸນນະພາບ, ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງ ແລະ ມີຄວາມຮັບປະກັນປອດໄພດີຂຶ້ນ.

ມີບັນດາ ຄູ-ອາຈານ ຕະຫຼອດຮອດນັກຮຽນ ພາຍໃນໂຮງຮຽນເຂົ້າຮ່ວມທັງໝົດ 170 ກວ່າຄົນ
ມີບັນດາ ຄູ-ອາຈານ ຕະຫຼອດຮອດນັກຮຽນ ພາຍໃນໂຮງຮຽນເຂົ້າຮ່ວມທັງໝົດ 170 ກວ່າຄົນ

ເອກະສານທີ່ນໍາມາໂຄສະນາເຜີຍແຜ່ ໃນຄັ້ງນີ້ ປະກອບມີ:

  • ກົດໝາຍ ວ່າດ້ວຍ ການສັນຈອນທາງບົກ ເລກທີ 23/ສພຊ
  • ດໍາລັດ ວ່າດ້ວຍ ການສັນຈອນຕາມທ້ອງຖະໜົນຫຼວງ ເລກທີ 107/ສພຊ
  • ດໍາລັດ ວ່າດ້ວຍ ການປັບໃໝຕໍ່ຜູ້ລະເມີດກົດລະບຽບການສັນຈອນທາງບົກ ເລກທີ 188/ນຍ

ຈາກນັ້ນ, ໄດ້ຍົກໃຫ້ເຫັນບັນດາສະພາບ, ຕົວເລກ, ກໍລະນີ ແລະ ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ເຊິ່ງໂດຍລວມແລ້ວ ແມ່ນເກີດຈາກນັກຂັບຂີ່, ຜູ້ໃຊ້ລົດ-ໃຊ້ຖະໜົນ ສ່ວນຫຼາຍປະຕິບັດລະບຽບກົດຈະລາຈອນ ບໍ່ທັນໄດ້ດີ, ຍັງລະເມີດ, ປະໝາດ, ຂາດສະຕິ ເປັນຕົ້ນ.

ຈັດກິດຈະກໍາຖາມ-ຕອບ ແລະ ມອບຂອງຂວັນລາງວັນ
ຈັດກິດຈະກໍາຖາມ-ຕອບ ແລະ ມອບຂອງຂວັນລາງວັນ

ໂອກາດດຽວກັນ, ຄະນະທີມງານ ແລະ ວິຊາການ ຍັງຜັດປ່ຽນກັນຂຶ້ນອະທິບາຍ-ຊີ້ແຈງ, ສາທິດການໃຊ້ລົດ-ໃຊ້ຖະໜົນ, ປ້າຍເຕືອນ, ການໃຊ້ຊ່ອງທາງໃນການຂັບຂີ່-ການຍ່າງ, ການຂ້າມທາງ, ທິດສະດີ ວ່າດ້ວຍ ການກວດກາເຕັກນິກລົດກ່ອນການຂັບຂີ່ທີ່ຖືກຕ້ອງ ມີຄວາມຮັບປະກັນປອດໄພ ແລະອື່ນໆ.

ທັງນີ້, ກໍເພື່ອເປັນການປູກຈິດສຳນຶກໃຫ້ ຄູ-ອາຈານ-ນ້ອງນັກຮຽນ ໄດ້ຮັບຮູ້ເຂົ້າໃຈ, ກໍາໄດ້ ແລະ ປະຕິບັດກົດລະບຽບໃນການຂັບຂີ່-ການໃຊ້ລົດໃຊ້ຖະໜົນ ມີຄວາມຖືກຕ້ອງ, ຮັບປະກັນ ແລະ ປັດສະຈາກການສູນເສຍຈາກອຸບັດຕິເຫດ. ໃນຕອນທ້າຍ, ຍັງມີການຈັດກິດຈະກໍາຖາມ-ຕອບ ແລະ ມອບຂອງຂວັນລາງວັນ ລະຫວ່າງ ທີມງານລົງໂຄສະນາເຜີຍແຜ່ ກັບ ຄູ-ອາຈານ ແລະ ນ້ອງນັກຮຽນ ຕື່ມອີກ.

ໂຄສະນາເຜີຍແຜ່ວຽກງານປ້ອງກັນສະກັດກັ້ນບັນຫາອຸບັດຕິເຫດ ຢູ່ໂຮງຮຽນມັດທະຍົມ ກຸ່ມຫົວນໍ້າບາກ
ໂຄສະນາເຜີຍແຜ່ວຽກງານປ້ອງກັນສະກັດກັ້ນບັນຫາອຸບັດຕິເຫດ ຢູ່ໂຮງຮຽນມັດທະຍົມ ກຸ່ມຫົວນໍ້າບາກ

ໃນວັນດຽວກັນ, ພະແນກຕໍາຫຼວດຈະລາຈອນ ປກສ ແຂວງອຸດົມໄຊ ຍັງໄດ້ນໍາພາໂຄສະນາເຜີຍແຜ່ວຽກງານປ້ອງກັນສະກັດກັ້ນບັນຫາອຸບັດຕິເຫດ ຢູ່ໂຮງຮຽນມັດທະຍົມ ກຸ່ມຫົວນໍ້າບາກ ເຊັ່ນດຽວກັນ.