ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ແລະ ໂຄງການກໍ່ສ້າງຮ່ອງລະບາຍນໍ້້າ, ທາງຍ່າງ ແລະ ຕິດຕັ້ງໄຟຟ້າເຍືອງທາງ ເທດສະບານເມືອງຫົງສາ ແຂວງໄຊຍະບູລີ

ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ແລະ ໂຄງການກໍ່ສ້າງຮ່ອງລະບາຍນໍ້້າ, ທາງຍ່າງ ແລະ ຕິດຕັ້ງໄຟຟ້າເຍືອງທາງ ເທດສະບານເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2019 ນີ້, ເຂົ້າຮ່ວມໂດຍ ທ່ານ ຄໍາເພັດ ພົມມະລາດ ເຈົ້າເມືອງໆຫົງສາ, ມີ ຮອງຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂອງແຂວງ ຂອງເມືອງ, ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ນາຍບ້ານເທດສະບານເມືອງ ເຂົ້າຮ່ວມ.

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ເທດສະບານເມືອງຫົງສາ ມີຄວາມຍາວ 14 ກິໂລແມັດ, ລວງກວ້າງຂອງໜ້າທາງ 6,9 ແມັດ ໂດຍແມ່ນ ບໍລິສັດ ໄລອ່ອນຄິງ ກໍ່ສ້າງຂົວ-ທາງ ແລະ ເຄຫະສະຖານ ຈໍາກັດ ເປັນຜູ້ຮັບເໝົາ ມີມູນຄ່າທັງໝົດເກືອບ 20 ຕື້ກີບ.

ສ່ວນໂຄງການກໍ່ສ້າງຮ່ອງລະບາຍນໍ້າ, ທາງຍ່າງ ແລະ ຕິດຕັ້ງໄຟຟ້າເຍືອງທາງ ເທດສະບານເມືອງ ມີລວງຍາວ 2,500 ແມັດ, ລວງກວ້າງໜ້າທາງ 15 ແມັດ, ທາງຍ່າງ 2 ຟາກທາງກວ້າງ 1,5 ແມັດ ປະກອບໄຟຟ້າເຍືອງທາງຄົບຊຸດ ພ້ອມຮ່ອງລະບາຍນໍ້າປິດຖາວອນ ຮັບເໝົາໂດຍ ບໍລິສັດ ວາດສະໜາ ພັດທະນາກໍ່ສ້າງ ຈໍາກັດ ມີມູນຄ່າ 19.852 ລ້ານກີບ.

ທັ້ງນີ້, ທັງສອງໂຄງການ ແມ່ນໃຊ້ທຶນພັດທະນາຊຸມຊົນຂອງ ບໍລິສັດ ໄຟຟ້າພະລັງຄວາມຮ້ອນຫົງສາ ປະກອບສ່ວນເຂົ້າໃນການກໍ່ສ້າງ.

ການດຳເນີນການ ຈະໄດ້ລົງມືຈັດຕັ້ງປະບັດແຕ່ ເດືອນພຶດສະພາ 2019 ຫາ ເດືອນພະຈິກ 2021 ໃຊ້ເວລາ 2 ປີ 6 ເດືອນ ຈຶ່ງຈະສໍາເລັດ, ຕາງໜ້າເມືອງຫົງສາໂດຍ ທ່ານ ອ່ອນຈັນ ບຸນຍາວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ ເຊິ່ງເປັນເຈົ້າຂອງໂຄງການ ແລະ ຕາງໜ້າທັງສອງບໍລິສັດ ເຂົ້າຮ່ວມເຊັນບົດບັນທຶກ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຂອງ ເມືອງ ແລະ ອໍານາດການປົກຄອງ ເປັນສັກຂີພະຍານ.