ໃນຕໍ່ໜ້າ, ຄະນະພັກຫ້ອງວ່າການປະທານປະເທດ (ຫປທ) ຈະເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອເຮັດໃຫ້ສະມາຊິກພັກເປັນເຈົ້າການປະຕິບັດໜ້າທີ່-ທີ່ໄດ້ຮັບມອບໝາຍຮັບປະກັນໃຫ້ວຽກເສນາທິການຮັບໃຊ້ການນໍາໃຫ້ມີຄຸນນະພາບສູງຂຶ້ນ.

ສະຫາຍ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດກ່າວໃນກອງປະຊຸມເປີດກວ້າງ ຄົບຄະນະພັກ ຄັ້ງທີ 7 ສະໄໝທີ I ວ່າ: ທິດທາງແຜນການໃນຕໍ່ໜ້າ, ຄະນະພັກຫ້ອງວ່າການປະທານສືບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກດ້ວຍການຈັດ ຕັ້ງເຜີຍແຜ່ເຊື່ອມຊຶມບັນດາມະຕິຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ແລະ ເອກະສານສໍາຄັນຕ່າງໆຂອງພັກ-ລັດ, ຍົກສູງຄວາມເປັນແບບຢ່າງຂອງສະມາຊິກພັກ, ສູ້ຊົນຮັບປະກັນການນໍາພາໃນການເປັນເສນາທິການໃຫ້ແກ່ທ່ານປະທານປະເທດ, ຮອງປະທານປະເທດໃຫ້ມີຄຸນນະພາບສູງຂຶ້ນເປັນກ້າວໆ, ສູ້ຊົນຫັນວຽກງານຫ້ອງວ່າການ ປະທານປະເທດໄປສູ່ຄຸນນະພາບໃໝ່, ຮັບປະກັນວຽກງານເສນາທິການຮັບໃຊ້ການນໍາຂັ້ນສູງໃຫ້ດີ, ມີຄຸນນະ ພາບ, ມີການປະສານສົມທົບຢ່າງກົມກຽວ, ເພີ່ມທະວີຄວາມສາມັກຄີໜັກແໜ້ນ-ເຂັ້ມແຂງ; ແຕ່ລະໜ່ວຍພັກສູ້ຊົນເຮັດສໍາເລັດການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມແຜນການທີ່ກໍານົດໄວ້.

ກອງປະຊຸມຍັງໃຫ້ຮູ້ວ່າ: ຄະນະພັກຫ້ອງວ່າການປະທານປະເທດ ໄດ້ເປັນເຈົ້າການນຳພາ ແລະ ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນໃນຂອບເຂດຄວາມຮັບຜິດຊອບ ໂດຍການຈັດຕັ້ງເຜີຍແຜ່ບັນດາເອກະສານຕ່າງໆຈຳນວນ 9 ຄັ້ງ ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດ ຖະກອນເຊື່ອມຊຶມ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດວາງອອກ; ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາ 2019 ໂດຍການເປັນປະທານຂອງສະຫາຍ ຄໍາເມິງ ພົງທະດີ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ມີແຂກທີ່ຮັບເຊີນ ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.