ອົງການກວດສອບແຫ່ງລັດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 60 ປີ (18 ພຶດສະພາ 1959-18 ພຶດສະພາ 2019) ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ ນໍາ ແລະ ແນວລາວຮັກຊາດ ຄົບຮອບ 59 ປີ (24 ພຶດສະພາ 1960-24 ພຶດສະພາ 2019) ໃນວັນທີ 21 ພຶດສະພາ 2019 ເພື່ອເຮັດໃຫ້ພະນັກງານ-ລັດຖະກອນພາຍໃນອົງການກວດສອບມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍ-ຄວາມສໍາຄັນຂອງ ວັນດັ່ງກ່າວ.

ພົທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ໄດ້ປາຖະກະຖາໃຫ້ຮູ້ເຖິງຄວາມໝາຍ-ຄວາມສຳຄັນກ່ຽວກັບປະຫວັດຄວາມເປັນມາຂອງການຜ່າວົງປິດລ້ອມຂອງກອງພັນທີ 2, ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ: ການນໍາພາຂອງພັກ ຖືກຕ້ອງສະຫຼາດສ່ອງໃສນຳພາຂະບວນການຕໍ່ສູ້ຢ່າງເປັນທຳ, ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກຳລັງປະກອບອາວຸດທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ-ຂອງພັກ, ຂອງກອງທັບ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ, ກອງພັນທີ 2 ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນລາວຜູ້ຮັກຊາດ, ມີຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ.

ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງສາເຫດການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາໄປສູ່ຖານທີ່ໝັ້ນປະຕິວັດຢ່າງປອດໄພ ຍ້ອນການນຳພາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິ ຫານ, ການຊີ້ນໍາອັນລະອຽດຂອງທ່ານ ສາລີ ວົງຄໍາຊາວ ຄະນະພັກແຂວງວຽງຈັນ ທີ່ໄດ້ກະກຽມຢູ່ທາງນອກ ແລະ ທາງໃນ, ເປັນການຕີຈັງຫວະເຂົ້າແກັບເຂົ້າເກຍຊັດເຈນທີ່ສຸດ, ຍ້ອນນໍ້າໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນຳເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນຳກັນ, ຍ້ອນສາລະວັດທະຫານມີນໍ້າໃຈ ຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອໍານາດປົກຄອງຫຸ່ນປະຕິການ, ເຂົາເຈົ້າມີຄວາມຈົງຮັກພັກດີ ແລະ ພາທາງຜູ້ນໍາພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງໄປຢ່າງປອດໄພ.