ຮອງປະທານປະເທດ ເນັ້ນຄະນະອຳນວຍການເພີ່ມທະວີພັດທະນາໂຮງຮຽນ ຮ ວ ດ (67) ໃຫ້ມີຄຸນນະພາບ

0
1310

ທ່ານ ປອ ພັນຄໍາ ວິພາວັນ ຮອງປະທານປະເທດ ໄດ້ເນັ້ນໃຫ້ຄະນະອໍານວຍການໂຮງຮຽນ ວັດທະນະທໍາຊົນເຜົ່າເດັກກໍ່າພ້າ ( ຮ ວ ດ ) ຫຼັກ 67 ກະຊວງ ປກສ ເອົາໃຈໃສ່ພັດທະນາໂຮງຮຽນໃຫ້ມີຄຸນນະພາບ ເພື່ອສ້າງພະນັກງານລຸ້ນສືບທອດ ຂອງກະຊວງ ປກສ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ ແລະ ມີລະບຽບວິໄນດີ ເນື່ອງໃນໂອກາດທີ່ທ່ານໄດ້ລົງມາຢ້ຽມໂຮງຮຽນ ຮ ວ ດ ຫຼັກ 67 ໃນວັນທີ 30 ພຶດສະພາ 2019 ໂດຍຕ້ອນຮັບຂອງ ພົຕ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມຄະນະ.

ທ່ານຮອງປະທານປະເທດ ເນັ້ນວ່າ:

ໃນຕໍ່ໜ້າ, ຄະນະອໍານວຍການ, ຄູອາຈານ ພາຍໃນໂຮງຮຽນ ຮ ວ ດ ຫຼັກ 67 ຈົ່ງເພີ່ມທະວີພັດທະນາໂຮງຮຽນໃຫ້ມີຄຸນນະພາບ ຖ້າວ່າຢາກເຮັດໄດ້ ບັນດາທ່ານ ຕ້ອງພັດທະນາການຮຽນ-ການ ສອນໃຫ້ມີຄຸນນະພາບ ຖ້າຢາກຮູ້ວ່າໄດ້ຄຸນນະພາບຕ້ອງເບິ່ງຢູ່ ທີ່ຜົນຂອງການຮຽນ, ຜົນຂອງການສອບເສັງຂອງນັກຮຽນໃຫ້ໄດ້ຕາມມາດຖານຂອງ ກະຊວງສຶກສາວາງອອກ, ນັກຮຽນຊັ້ນໃດຕ້ອງສ້າງນັກຮຽນໃຫ້ໄດ້ຄຸນນະພາບຕາມຊັ້ນນັ້ນ, ຖ້າວ່າຄູ-ອາຈານສາມາດປັບປຸງການຮຽນ-ການສອນໃຫ້ດີຂຶ້ນເຊື່ອວ່າໂຮງຮຽນຂອງທ່ານຈະສາມາດສົ່ງນັກຮຽນເຂົ້າເສັງນັກຮຽນເກັ່ງຂັ້ນເມືອງ, ຂັ້ນນະຄອນຫຼວງ ແລະ ຂັ້ນປະເທດໄດ້; ນອກນີ້, ດ້ານຄຸນສົມບັດ, ການປະຕິບັດລະບຽບວິໄນ, ການດຸໝັ່ນເພີ່ມພູນຜະລິດຜົນ ແລະ ລະດັບຊີວິດການເປັນຢູ່ຂອງນ້ອງນັກຮຽນຕ້ອງດີ ຖ້າວ່າໂຮງຮຽນຂອງທ່ານຄົບອົງປະກອບທີ່ກ່າວມານັ້ນ ກໍຈະສາມາດຢັ້ງຢືນໄດ້ວ່າໂຮງຮຽນຂອງທ່ານມີຄຸນນະພາບ.

ເນັ້ນໃຫ້ຄະນະອໍານວຍການໂຮງຮຽນ ວັດທະນະທໍາຊົນເຜົ່າເດັກກໍ່າພ້າ ( ຮ ວ ດ ) ຫຼັກ 67 ກະຊວງ ປກສ ເອົາໃຈໃສ່ພັດທະນາໂຮງຮຽນ ໃຫ້ມີຄຸນນະພາບ

ສໍາລັບນ້ອງນັກຮຽນທີ່ຮໍ່າຮຽນຢູ່ໂຮງຮຽນແຫ່ງນີ້ ຕ້ອງເອົາໃຈໃສ່ຕັ້ງໜ້າຮໍ່າຮຽນ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງທາງດ້ານຄຸນສົມບັດ, ຕັ້ງໜ້າອອກແຮງງານປະກອບສ່ວນພັດທະນາໂຮງຮຽນເພີ່ມພູນຜະລິດຜົນ, ປູກຄົ້ນໄມ້, ອະນາໄມຕ່າງໆຕ້ອງເຮັດໃຫ້ໄດ້; ນອກຈາກນີ້, ຕ້ອງມີຄວາມສັດຊື່ ບໍລິສຸດຢູ່ 4 ປະການຈຶ່ງຈະເປັນຜູ້ສືບທອດພາລະກິດປະຕິວັດ, ສືບທອດພາລະກິດຂອງປະເທດຊາດ ຄື: ສັດຊື່ຕໍ່ຕົນເອງ, ສັດຊື່ຕໍ່ປະເທດຊາດ, ຕໍ່ບັນທະບູລຸດຕໍ່ປະຊາຊົນ, ສັດຊື່ຕໍ່ການຈັດຕັ້ງ ແລະ ຂັ້ນເທິງຕົນເອງ, ສັດຊື່ບໍລິສຸດຕໍ່ໝູ່ຄູ່ ແລະ ເພື່ອນຮ່ວມງານ.

ທ່ານຮອງປະທານປະເທດ ພ້ອມຄະນະປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ໂອກາດດຽວກັນ, ທ່ານ ນາງສີຈັນ ວິພາວັນ ພັນລະຍາຂອງ ທ່ານຮອງປະທານປະເທດ ກໍໄດ້
ມອບເງິນຈໍານວນໜຶ່ງໃຫ້ໂຮງຮຽນ (ຮ ວ ດ) ຫຼັກ 67 ເພື່ອນໍາໃຊ້ເຂົ້າໃນການຊື້ອຸປະກອນການຮຽນ-ການສອນຂອງໂຮງຮຽນ; ຫຼັງຈາກນັ້ນ, ທ່ານຮອງປະທານປະເທດ ພ້ອມຄະນະກໍໄດ້ຮ່ວມກັນປູກຕົ້ນໄມ້ຢູ່ໂຮງຮຽນດັ່ງກ່າວ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ຈະໝູນວຽນມາເຖິງອີກວາລະໜຶ່ງ.