2 ກົມ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ

0
1284

ໃນວັນທີ 29-30 ພຶດສະພາ 2019, ກົມໃຫຍ່ສັນຕິບານ (ກົມ 502 ) ແລະ ກົມໃຫຍ່ພະລາທິ
ການ (ກົມ 503) ໄດ້ຈັດພິທີປະ ກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ຜົນງານໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ຄົບມາດຖານເງື່ອນໄຂ ໂດຍການເປັນປະທານ ແລະ ປະດັບຊັ້ນຂອງ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ແລະພັອ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ມີບັນດາຄະນະພັກ-ຄະນະນຳກົມໃຫຍ່, ກົມກອງ ແລະ ທຽບເທົ່າ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ຜູ້ທີ່ໄດ້ຮັບການເລື່ອນ ຊັ້ນ ເຂົ້າຮ່ວມ.

ພິທີໄດ້ຮັບການ ເລື່ອນຊັ້ນຄັ້ງນີ້, ກົມໃຫຍ່ສັນຕິບານມີທັງໝົດ 74 ສະຫາຍ ໃນນັ້ນ, ພັຕ ຂຶ້ນ ພັນໂທ 38 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 13 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 23 ສະຫາຍ.

ປະດັບຊັ້ນຂອງ ພົຈວ ບຸນມີ ແສງຄໍາຢອງ

ສ່ວນກົມໃຫຍ່ພະລາທິການ ມີ 49 ສະຫາຍ, ໃນນີ້ ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ຈຳນວນ 15 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 17 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍ ເອກ 19 ສະຫາຍ, ທັງນີ້ ກໍເພື່ອເປັນການປະຕິບັດນະໂຍບາຍຂອງພັກ- ລັດທີ່ມີຕໍ່ນາຍຕຳຫຼວດຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ປະດັບຊັ້ນຂອງ ພັອ ທອງສຸກ ຍ່າເອີລາວລີ

ໃນໂອກາດດຽວກັນ, ພົຈວ ບຸນມີ ແສງຄໍາຢອງ ແລະ ພັອ ທອງສຸກ ຍ່າເອີລາວລີ ໄດ້ເນັ້ນໜັກໃຫ້ນາຍຕຳຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມຂອງຕົນເອງ ພ້ອມທັງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະ
ເພາະຂອງຕົນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ-ລັດ ການຈັດຕັ້ງ ແລະ ປະຊາຊົນມອບໜາຍໃຫ້.