ພົຈວ ບົວພັນ ຍໍລະວົງສາ ຫົວ ໜ້າກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ ໄດ້ເນັ້ນໃຫ້ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນ ຊັ້ນ ຈົ່ງເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ສູງ, ມີຄວາມມຸ່ງໝັ້ນ, ທັດສະນະທີ່ເຂັ້ມແຂງ, ສະແດງວິໃສທັດໃນການມີແບບແຜນ ແກ້ໄຂບັນຫາຢ່າງກ້າຫານສໍາເລັດ ຕາມຄາດໝາຍ ການຊີ້ນໍາຄັ້ງນີ້, ໄດ້ມີໃນໂອກາດທີ່ທ່ານເຂົ້າຮ່ວມເປັນປະທານ ແລະ ປະດັບຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປ້ອງກັນທີ່ຕັ້ງ ໃນວັນທີ 30 ພຶດ ສະພາ 2019.

ພິທີປະກາດເລື່ອນຊັ້ນ ກອງບັນຊາການທີ່ຕັ້ງ

ໃນພິທີ ທ່ານຫົວໜ້າກອງບັນ ຊາການປ້ອງກັນທີ່ຕັ້ງ ກ່າວວ່າ: ບັນດາສະຫາຍທີ່ໄດ້ຮັບການ
ເລື່ອນຊັ້ນຄັ້ງນີ້, ຖືວ່າເປັນພະນັກງານທີ່ມີຄວາມຮູ້-ຄວາມສາມາດ, ເປັນພະນັກງານທີ່ມີຜົນງານອັນ ໂດດເດັ່ນ, ເປັນຜູ້ທີ່ໄດ້ຮັບຄວາມ ໄວ້ເນື້ອເຊື້ອໃຈຈາກພັກ-ລັດ ກໍຄືການຈັດຕັ້ງ. ສະນັ້ນ, ບັນດາສະຫາຍຈຶ່ງເປັນແບບຢ່າງເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ ຮັບມອບໝາຍ, ມີແບບແຜນການເຮັດວຽກທີ່ແນ່ນອນ, ສະແດງວິໄສທັດການເຮັດວຽກຢ່າງ ມີພິກໄຫວ, ມີຄວາມເສຍສະຫຼະຕໍ່ວຽກສ່ວນລວມ, ຊີ້ນໍາ-ນໍາພາກໍາລັງຢ່າງເຂັ້ມແຂງ, ເຕົ້າໂຮມຄວາມ ສາມັກຄີພາຍໃນຢ່າງແໜ້ນແຟ້ນ, ເຮັດວຽກໄປຕາມຫຼັກການປະຊາທິປະໄຕ, ກ້າຄິດ, ກ້າເຮັດ, ກ້າຕັດສິນໃຈ ແລະ ກ້າຮັບຜິດຊອບຕໍ່ຄວາມຜິດພາດ, ເຮັດວຽກງານ ຢ່າງມີຜົນສໍາເລັດຕາມ ຄາດໝາຍ.

ຄຽງຄູ່ກັນນີ້, ຕ້ອງເພີ່ມທະວີກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ຂໍ້ຕົກລົງ ແລະ ຄໍາສັ່ງແນະນໍາຕ່າງໆຢ່າງເຂັ້ມງວດ, ມີສະຕິລະວັງຕົວສູງຕໍ່ສະພາບ ການ ແລະ ກົນອຸບາຍຂອງສັດຕູ-ກຸ່ມຄົນບໍ່ດີ, ຕັ້ງໜ້າໃນການຕິດຕາມສະພາບການຕ່າງໆ ແລ້ວແກ້ ໄຂໃຫ້ຖືກຕ້ອງ, ສອດຄ່ອງ, ວ່ອງ ໄວ. ຜູ້ທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້, ມີຈໍານວນ 22 ສະຫາຍ ຍິງ 2 ສະຫາຍ. ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 5 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 14 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ.