ອົງການປົກຄອງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາປູກຕົ້ນໄມ້ສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຢູ່ລຽບຕາມເສັ້ນທາງ ແລະ ຄູກັນທາງ 450 ປີ ເຂດບ້ານນາບຽນ, ນຳພາໂດຍ ທ່ານ ຖະໜອມ ທໍາທອງ ເຈົ້າເມືອງໆໄຊເສດຖາ, ມີບັນດາຫົວໜ້າຫ້ອງການອ້ມຂ້າງເມືອງ ແລະ ພໍ່-ແມ່ປະຊາຊົນເຂົ້າຮ່ວມ ໃນວັນທີ 30 ພຶດສະພາ 2019.

ທ່ານ ພອນສະຫວັນ ບົວພາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊເສດຖາ ກ່າວວ່າ: ຍ້ອນເຫັນ ໄດ້ເຖິງຄວາມໝາຍສໍາຄັນຂອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ຕໍ່ກັບ
ການພັດທະນາເສະຖະກິດ-ຄັງຄົມແຫ່ງຊາດ ທັງທາງກົງ ແລະ ທາງອ້ອມ, ຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ; ເປັນຕົ້ນແມ່ນ ດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ, ດັ່ງນັ້ນນະຄອນຫຼວງວຽງຈັນ ກໍຄືເມືອງໄຊເສດຖາ ໃນແຕ່ລະປີກໍ
ໄດ້ຈັດກິດຈະກໍາປູກຕົ້ນໄມ້ຢ່າງກວ້າງຂວາງ, ໃນປີ 1980 ສະພາລັດຖະມົນຕີໄດ້ອອກມະຕິຕົກລົງ ເລກທີ 48/ສພລຖ ວ່າດ້ວຍການກໍານົດເອົາວັນທີ 1 ມິຖຸນາ ເຊິ່ງແມ່ນວັນເດັກນ້ອຍ
ສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຂອງ ສປປ ລາວ, ການກໍານົດເອົາວັນດັ່ງກ່າວ ເປັນວັນປູກຕົ້ນໄມ້ ກໍເພື່ອເປັນການປູກຈິດສໍານຶກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນຂອງຊາດ ກໍຄືລູກ-ຫຼານຜູ້ເກີດໃໝ່ ໃຫ້ມີສະຕິຮັກ ແລະ ຫວງແຫນປ່າໄມ້.

ກິດຈະກໍາການປູກຕົ້ນໄມ້ ລະຫວ່າງ
ແໜງປ່າໄມ້ນຄອນຫຼວງວຽງຈັນ ແລະ ປະຊາຊົນພາຍໃນເມືອງ

ສໍາລັບກິດຈະກໍາການປູກຕົ້ນໄມ້ໃນມື້ນີ້ ເມືອງໄຊເສດຖາ ສົມທົບກັບຂະແໜງປ່າໄມ້ນຄອນຫຼວງວຽງຈັນ ແລະ ປະຊາຊົນພາຍໃນເມືອງ ໄດ້ພ້ອມກັນປູກຕົ້ນໄມ້ຢູ່ລຽບເສັ້ນທາງ 450 ປີເຂດບ້ານນາບຽນ. ເຊິ່ງຕົ້ນໄມ້ທີ່ນໍາມາປູກຄືນ ມີຕົ້ນດອກຈໍາປາ 1.918 ຕົ້ນ ແລະ ຕົ້ນ
ດອກເຈ້ຍ ຈໍານວນ 2.000 ຕົ້ນ ເລີ່ມປູກແຕ່ເສັ້ນທາງ 4 ແຍກໄຟແດງບ້ານໂຊກນ້ອຍ ຫາ 4 ແຍກໄຟແດງບ້ານດຸງ ລວມໄຍຍະທາງ 3 ກິໂລແມັດ.