ໜັງສືພິມທຸລະກິດ ນິກເກອິ ຂອງຍີ່ປຸ່ນ ລາຍງານ ໃນວັນທີ 30 ພຶດສະພາ ທີ່ຜ່ານມາ ໂດຍອ້າງຂໍ້ມູນຈາກແຫຼ່ງຂ່າວ ວ່າ:​ ກອງປະຊຸມ ລັດຖະມົນຕີວ່າການ ກະຊວງການເງິນ ຂອງກຸ່ມປະເທດ ຈີ 20 ຈະກຽມລົງນາມນະໂຍບາຍຮ່ວມ ທີ່ເມືອງຟຸກຸໂອກະ ຂອງຍີ່ປຸ່ນ ໃນເດືອນມິຖຸນາ ກ່ອນກອງປະຊຸມຜູ້ນຳ ຈີ 20 ທີ່ຈະມີຂຶ້ນໃນນະຄອນໂອຊາກາ ລະຫວ່າງວັນທີ 28-29 ມິຖຸນາ; ເຊິ່ງນະໂຍບາຍດັ່ງກ່າວ ຈະຈັດສັນລາຍໄດ້ໃຫ້ກັບ ປະເທດທີ່ມີຖານຜູ້ໃຊ້ຂອງ ບໍລິສັດເຕັກໂນໂລຊີລາຍໃຫຍ່ ຢ່າງ ກູໂກ, ແອບເປິນ, ເຟສບຸກ ແລະ ອາເມຊອນ ເປັນຈຳນວນຫຼາຍ.

ກຸ່ມປະເທດ ຈີ 20 ພະຍາຍາມບັນລຸຂໍ້ຕົກລົງສຸດທ້າຍ ໃນປີ 2020 ແຕ່ຈະນຳນະໂຍບາຍໄປໃຊ້ແນວໃດນັ້ນ ຕ້ອງຫາຂໍ້ສະຫຼຸບອີກຄັ້ງ ໂດຍວິທີໜຶ່ງທີ່ເປັນໄປໄດ້ຄື ກະຈາຍລາຍໄດ້ຈາກພາສີທີ່ເກັບມາໄດ້ ໄປໃຫ້ປະເທດຕ່າງໆ ຕາມຈຳນວນຜູ້ໃຊ້ທີ່ບໍລິສັດລາຍໃຫຍ່ ມີໃນປະເທດນັ້ນໆ.

ນັ້ນໝາຍຄວາມວ່າ:

ເຟສບຸກ ທີ່ລວມສູນກຳໄລ ແລະ ການຈ່າຍພາສີ ໄວ້ທີ່ປະເທດອຽກລັງ ເພື່ອຄວາມໄດ້ປຽບໃນການຈ່າຍພາສີອັດຕາຕໍ່າ ຕ້ອງກະຈາຍພາສີໄປຍັງທີ່-ທີ່ຜູ້ໃຊ້ອາໄສຢູ່ໃຫ້ຫຼາຍຂຶ້ນ ແຕ່ລາຍລະອຽດເລື່ອງວິທີເກັບ ແລະ ກະຈາຍພາສີ ແລະ ບໍລິສັດໃດຈະໄດ້ຮັບຜົນກະທົບແດ່ ຍັງຕ້ອງຫາຂໍ້ສະຫຼຸບອີກຄັ້ງ ໂດຍຄາດວ່າ ຈະໃຫ້ ອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ຊ່ວຍກຳນົດກະຕິກາ.

ເລື່ອງວິທີການເກັບພາສີຈາກ ບໍລິສັດດີຈິຕອນລາຍໃຫຍ່ ຂະນະນີ້ມີບັນຫາຫຼາຍຂຶ້ນທຸກເວລາ ຫຼາຍປະເທດໃນເອີຣົບ ດຳເນີນການພຽງລຳພັງ ສ້າງຄວາມບໍ່ພໍໃຈໃຫ້ກັບ ສະຫະລັດອາເມລິກາ.

ຂະນະທີ່ OECD ເຊິ່ງມີຖານປະຕິບັດການ ໃນນະຄອນຫຼວງປາຣີ ພະຍາຍາມເລັ່ງເຮັດຂໍ້ຕົກລົງລະດັບໂລກ ສະບັບໃໝ່ ເພື່ອປ້ອງກັນບໍ່ໃຫ້ບໍລິສັດ ປະກາດລາຍໄດ້ໃນປະເທດທີ່ເສຍພາສີຕໍ່າໄດ້ງ່າຍໆ ແລະ ກີດຂວາງບໍ່ໃຫ້ປະເທດອື່ນ ມີລາຍໄດ້ຈາກພາສີມູນຄ່າຫຼາຍພັນລ້ານໂດລາ.

ໃນເດືອນເມສາ ທີ່ຜ່ານມາ, ສະມາຊິກສະພາຝຣັ່ງ ໄດ້ຜ່ານຮ່າງກົດໝາຍທຳອິດ ກຽມເກັບພາສີຈາກໂຄສະນາດີຈິຕອນ, ການຂາຍຂໍ້ມູນສ່ວນຕົວ ແລະ ລາຍໄດ້ອື່ນຈາກ ບໍລິສັດເຕັກໂນໂລຊີ ທີ່ມີລາຍໄດ້ທົ່ວໂລກ ປີລະ 750 ລ້ານເອີໂຣ. ສ່ວນ ອົດສະຕຣາລີ ກໍສະເໜີກົດໝາຍໃນແບບດຽວກັນ ແຕ່ຄວາມພະຍາຍາມເຫັນດີກົດໝາຍລະດັບສະຫະພາບເອີຣົບ ໄດ້ຖືກປະເທດທີ່ເກັບພາສີຕໍ່າຢ່າງ ອຽກລັງ ສະກັດໄວ້ ເພາະຢາກດຶງດູດ ບໍລິສັດເຕັກໂນໂລຊີລາຍໃຫຍ່ ເຂົ້າປະເທດ.