ທ່ານ ນາງ ຈາຊິນດາ ອາເດິນ ນາຍົກລັດຖະມົນຕີ ນູແວນເຊລັງ

ໃນວັນທີ 30 ພຶດສະພາ ທີ່ຜ່ານມາ, ລັດຖະບານ ນູແວນເຊລັງ ເຜີຍແພ່ງົບປະມານຫວັງເນັ້ນການເປັນຢູ່ທີ່ດີ ໃຫ້ຄວາມສຳຄັນກັບສຸຂະພາບຈິດ ແລະ ແກ້ບັນຫາຄວາມທຸກຍາກໃນເດັກ ເປັນອັນດັບທຳອິດ.

ທ່ານ ນາງ ຈາຊິນດາ ອາເດິນ ນາຍົກລັດຖະມົນຕີ ເປີດເຜີຍວ່າ:

ງົບປະມານຊຸດນີ້ ຊີ້ໃຫ້ເຫັນວ່າ ລັດຖະບານສາມາດເບິ່ງແຍງດູແລເສດຖະກິດ ແລະ ເອົາໃຈໃສ່ປະຊາຊົນໄດ້ພ້ອມໆກັນ ໂດຍການໃຊ້ຈ່າຍງົບປະມານ ປີລະ 3,8 ພັນລ້ານໂດລານູແວນເຊລັງ ເປັນເວລາ 4 ປີ ຈາກທີ່ເຄີຍຄາດຄະເນໄວ້ ປີລະ 2,4 ພັນລ້ານໂດລານູແວນເຊລັງ.

ພາຍໃຕ້ງົບປະມານທີ່ກຳນົດ ຈະນຳໃຊ້ສຳລັບເບິ່ງແຍງສຸຂະພາບຈິດ 1,9 ພັນລ້ານໂດລານູແວນເຊລັງ ແລະ ອີກ 1,1 ພັນລ້ານໂດລານູແວນເຊລັງ ໃຊ້ເພື່ອຫຼຸດຄວາມທຸກຍາກໃນເດັກ. ນອກຈາກນີ້, ລັດຖະບານ ທີ່ມີພັກແຮງງານ ເປັນແກນນຳ ຍັງຈັດສັນເງິນທຶນແກ້ໄຂຄວາມຮຸນແຮງໃນບ້ານເຮືອນ ລວມທັງເຮັດໂຄງການໂຄງສ້າງພື້ນຖານ ເຊັ່ນ: ລົດໄຟ, ໂຮງໝໍ ແລະ ໂຮງຮຽນ ນຳອີກ.

ທ່ານ ແກຣນ ໂຣເບີດສັນ ລັດຖະມົນຕີວ່າການ ກະຊວງການເງິນ ກ່າວວ່າ:

ນູແວນເຊລັງ ວັດແທກຄວາມສຳເລັດຂອງປະເທດດ້ວຍວິທີທີ່ແຕກຕ່າງກັນອອກໄປ “ ເຮົາບໍ່ໄດ້ເບິ່ງສະເພາະ ຜົນຜະລິດຕະພັນລວມພາຍໃນປະເທດ (GDP) ແຕ່ຍັງເບິ່ງວ່າ ເຮົາພັດທະນາຊີວິດການເປັນຢູ່ຂອງປະຊາຊົນ, ເບິ່ງແຍງສິ່ງແວດລ້ອມ ແລະ ເສີມສ້າງຄວາມແຂງແກ່ນໃຫ້ຊົມຊົນໄດ້ຫຼາຍ ຫຼື ໜ້ອຍພຽງໃດ ”.

ແນວໃດກໍຕາມ, ກະຊວງການເງິນ ປັບຫຼຸດຄາດຄະເນ GDP ຂອງປະເທດ ມາຢູ່ທີ່ 2,1% ໃນປີງົບປະມານທີ່ຈະສິ້ນສຸດ ໃນວັນທີ 30 ມິຖຸນານີ້ ຈາກເດີມທີ່ 2,9% ໃນເດືອນທັນວາ ປີຜ່ານມາ ເຊິ່ງເປັນຜົນມາຈາກ ເສດຖະກິດໂລກເກີດພາວະຂາລົງ, ການບໍລິໂພກພາຍໃນປະເທດ ຫຼຸດລົງ; ສ່ວນໃນປີ 2020 ຄາດຄະເນ GDP ໄວ້ທີ່ 3,2% ສະເລ່ຍ 4 ປີ ຢູ່ທີ່ປະມານ 2,6%, ໜີ້ສິນທັງໝົດ ຄາດວ່າເພີ່ມຂຶ້ນເລັກໜ້ອຍ ຢູ່ທີ່ 20% ຂອງ GDP ກ່ອນຈະຫຼຸດລົງເຫຼືອ 19,9% ໃນປີ 2022.