ປະດັບຊັ້ນໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ, ໃຫ້ກຽດເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີ ບັນດາຄະນະບັນຊາ, ຄະນະຫ້ອງ, ໂຮງຮຽນ ປກສ ຊັ້ນກາງເລກ 2, ກອງພັນເຄື່ອນທີ່, ກອງບັນຊາການ ປກສ ເມືອງ, ພະນັກງານ-ນັກຮົບ ຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ ໃນວັນທີ 28 ພຶດສະພາ 2019.

ພັທ ຄຳຜາຍ ຄຸນລາດສຸວັນນະວົງ ຮອງຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 927/ປກສ ລົງວັນທີ 22 ພຶດສະພາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈໍານວນ 158 ສະຫາຍ ຍິງ 18 ສະຫາຍ.

ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 20 ສະຫາຍ ຍິງ 1 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 91 ສະຫາຍ, ຍິງ 8 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 47 ສະຫາຍ, ຍິງ 9 ສະຫາຍ ແລະ ຜ່ານມະຕິຕົກລົງຂອງ ຄະນະປະຈຳພັກແຂວງ ເລກທີ 0802/ຄປພຂ ລົງວັນທີ 28 ສິງຫາ 2018 ວ່າດ້ວຍ ການຮັບຮອງອອກບັດສະມາຊິກພັກສົມບູນ ທີ່ໄດ້ມາດຖານ ຊຸດທີ 16, ໃນນີ້ມີສະມາຊິກພັກສົມບູນ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ທີ່ໄດ້ຮັບບັດສະມາຊິກພັກ ຈໍານວນ 243 ສະຫາຍ ຍິງ 18 ສະຫາຍ.

ພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ
ພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ

ໂອກາດດຽວກັນນີ້, ພັອ ຄຳພົນ ສີຫາປັນຍາ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການ ເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ແຕ່ລະສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ, ເປັນເຈົ້າການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ສະຕິຕໍ່ການຈັດຕັ້ງປະຕິບັດລະບຽບວິໄນ, ຂໍ້ກຳນົດກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ ທັງຮັກສາຄວາມສາມັກຄີພາຍໃນເປັນເອກະພາບກັນ ເພື່ອຮັບປະກັນເຮັດໜ້າທີ່ວຽກງານການເມືອງທີ່ພັກ-ລັດມອບໝາຍໃຫ້ສຳເລັດ ແລະ ໄດ້ຮັບໝາກຜົນສູງສຸດ.