ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໄອຍະການ ລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ. ສິງກະໂປ ໄດ້ຈັດຂຶ້ນວັນທີ 11 ມິ ຖຸນາ 2019, ຝ່າຍລາວ ນຳໂດຍ ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແລະ ຝ່າຍສິງກະໂປ ນຳໂດຍ ທ່ານ ລູເຊີນ ວັອງ ຫົວໜ້າອົງການໄອຍະການສູງສຸດ, ໂດຍມີ ທ່ານ ໂດມີນິກ ໂກ ເອກອັກຄະລັດຖະທູດແຫ່ງ ສ.ສິງກະ ໂປ ປະຈຳ ສປປ ລາວ ແລະ ບັນດາທ່ານຫົວໜ້າກົມ, ຫົວໜ້າຫ້ອງການທັງ 2 ຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ທັງ 2 ຝ່າຍໄດ້ຜັດປ່ຽນກັນລາຍງານກ່ຽວກັບສະພາບຈຸດພິເສດ ແລະ ວຽກງານໄອຍະການໃຫ້ກັນແລະກັນຮັບຊາບ ພ້ອມທັງຍົກໃຫ້ເຫັນເຖິງການພົວພັນ ແລະ ຮ່ວມມືກັນຢ່າງໃກ້ຊິດໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ ແລະ ການຮ່ວມມືເຊິ່ງກັນແລະກັນ ລະຫວ່າງ 2 ຝ່າຍ ໂດຍ ສະເພາະກໍຄື 2 ອົງການໄອຍະການປະຊາຊົນສູງສຸດລາວ-ສິງກະໂປ ແລະ ສິງກະໂປ-ລາວ ແມ່ນໄດ້ຮັບການຍົກສູງທາງດ້ານຄຸນນະພາບສູງຂຶ້ນເລື້ອຍໆ ສະແດງອອກ ເຊັ່ນ: ຄະນະ ຜູ້ແທນຂັ້ນສູງຂອງ 2 ປະເທດ ໄດ້ມີການຢ້ຽມຢາມຖາມຂ່າວ ແລະ ແລກປ່ຽນບົດຮຽນຮ່ວມກັນ ແຕ່ລະໄລຍະເປັນປົກກະຕິ.

ການພົບປະກັນຄັ້ງນີ້ເປັນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ໂດຍໄດ້ກຳນົດການຮ່ວມມື ເຊັ່ນ: ການແລກປ່ຽນການຢ້ຽມຢາມເຮັດວຽກທາງການ, ການຝຶກອົບຮົມ, ການສຳມະນາ ແລະອື່ນໆ. ສະເພາະຝ່າຍ ສປປ ລາວ, ທ່ານ ຄຳສານ ສຸວົງ ລາຍງານວ່າ: ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແມ່ນອົງ ການລັດ ໂດຍປະຕິບັດສອງພາລະບົດບາດຕົ້ນຕໍ ແລະ 5 ຕິດຕາມກວດກາການປະຕິບັດກົດໝາຍ ເປັນຕົ້ນແມ່ນການຕິດຕາມ-ກວດກາທົ່ວໄປ, ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ, ການປະຕິບັດກົດໝາຍໃນການດຳເນີນຄະດີຢູ່ສານ, ການປະຕິບັດຄຳຕັດສິນຂອງສານ ແລະ ຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແລະ ສັ່ງຟ້ອງຂຶ້ນສານ ເຊິ່ງຜ່ານມາ, ສາມາດປະຕິບັດຂົງເຂດວຽກງານດັ່ງກ່າວຖືກຕ້ອງຕາມກົດໝາຍ ແລະ ມີປະສິດທິພາບເປັນກ້າວໆ.

ຈາກນັ້ນ, ທັງ 2 ຝ່າຍໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອໃຫ້ເຂົ້າເຖິງຄວາມສຳຄັນຂອງການສ້າງ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດວຽກງານໄອຍະການ ໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ບັນດາຫຼັກການແຫ່ງຄວາມສະເໝີພາບ, ເຄົາລົບຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜົນປະ ໂຫຍດຮ່ວມກັນ ພ້ອມທັງການຮ່ວມມືຮັດແໜ້ນມິດຕະພາບເຊິ່ງກັນແລະກັນລະຫວ່າງ 2 ຊາດໃຫ້ໝັ້ນຄົງທະ ນົງແກ່ນຍິ່ງໆຂຶ້ນ.

ຫຼັງຈາກນັ້ນ, ທ່ານ ລູເຊີນວັອງ ພ້ອມຄະນະໄດ້ເຂົ້າຢ້ຽມຢາມ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເພື່ອລາຍງານກ່ຽວກັບການມາພົບປະຢ້ຽມຢາມ ແລະ ເຮັດວຽກຮ່ວມກັບອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 10-12 ມິຖຸນາ 2019, ເຊິ່ງການເຄື່ອນໄຫວວຽກງານເທື່ອນີ້ເປັນການສືບ ຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນໃນຂົງເຂດວຽກງານໄອຍະການ ເພື່ອພ້ອມກັນຈັດຕັ້ງແກ້ໄຂບັນຫາ ປະກົດ ການຫຍໍ້ທໍ້ທີ່ອາດເກີດຂຶ້ນຂອງ 2 ປະເທດ ເພື່ອຮັບປະກັນໃຫ້ວຽກງານມີຄວາມຖືກຕ້ອງຕາມກົດໝາຍ, ລະ ອຽດ, ຈະແຈ້ງ ແລະ ຍຸຕິທຳ.