ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງ ປກສ ຄັ້ງທີ 8 ສະໄໝທີ IV

0
1494

ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງ ປກສ ຄັ້ງທີ 8 ສະໄໝທີ IV ໄດ້ຈັດຂຶ້ນວັນທີ 12 ມິຖຸນາ 2019 ເປັນປະທານໂດຍສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກສ, ມີບັນດາສະຫາຍຄະນະປະຈຳພັກ ກະຊວງ ແລະ ຄະນະບໍລິຫານງານພັກ ກະຊວງ ປກສ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ໄດ້ກ່າວເປີດກອງປະຊຸມ ເຊິ່ງມີເນື້ອໃນບາງຕອນວ່າ:

ກອງປະຊຸມຄັ້ງນີ້, ຈະໄດ້ມີການສຸມໃສ່ສະຫຼຸບຕີລາຄາການນຳພາຂອງຄະນະບໍລິຫານງານພັກກະຊວງ ໃນໄລຍະ 6 ເດືອນຜ່ານມາ ແລະ ກຳນົດທິດທາງສຸມໃສ່ນຳພາໃນ 6 ເດືອນທ້າຍປີ 2019; ເຊິ່ງໃນການຄົ້ນຄວ້າເນື້ອໃນກອງປະຊຸມເທື່ອນີ້, ຈິດໃຈແມ່ນໃຫ້ບັນດາສະຫາຍທີ່ເຂົ້າຮ່ວມມີຄວາມເປັນເອກະພາບໃນການຕີລາຄາສະພາບການຈັດຕັ້ງຊີ້ນຳ-ນຳພາ, ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດ ໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາຕົວຈິງໃຫ້ຖືກຕ້ອງທັນສະພາບການ ແລະ ຮັບປະກັນໃຫ້ການກຳນົດແຜນວຽກຈຸດສຸມໃນຕໍ່ໜ້າແທດເໝາະກັບສະພາບແວດລ້ອມຕົວຈິງຂອງກຳລັງ ແລະ ຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກກະຊວງດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນດີຂຶ້ນກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ.

ຈາກນັ້ນ, ສະຫາຍ ພົຕ ກົງທອງ ພົງວິຈິດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບລາຍງານການເຄື່ອນໄຫວຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກກະຊວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກງານ 6 ເດືອນທ້າຍປີ 2019 ໂດຍຍົກໃຫ້ເຫັນຜົນງານການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກກະຊວງກ່ຽວກັບບັນດາຂົງເຂດວຽກງານຈຸດສຸມ ເປັນຕົ້ນແມ່ນຂົງເຂດວຽກງານປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຂົງເຂດວຽກງານປັບປຸງກໍ່ ສ້າງພັກ-ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ຂົງເຂດວຽກງານຮັບປະກັນດ້ານພະລາທິການປ້ອງກັນຄວາມສະຫງົບ, ຂົງເຂດວຽກງານພົວພັນຮ່ວມມືກັບຕ່າງປະເທດ ແລະ ວຽກງານເສນາ-ບັນຊາ.

ບັນດາຜົນງານໃນການຊີ້ນຳ-ນຳພາແຕ່ລະຂົງເຂດວຽກງານທີ່ຍາດມາໄດ້ນັ້ນເປັນພື້ນຖານອັນໜັກແໜ້ນໃນການສືບຕໍ່ນຳພາກຳລັງ ກໍຄືວຽກງານປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນເປັນກຳລັງປະກອບອາວຸດປະຕິວັດທີ່ມີແບບແຜນທັນສະໄໝເທື່ອລະກ້າວ, ເປັນໝາກຜົນທີ່ໄດ້ມາຈາກຄວາມເສຍສະລະ ແລະ ຄວາມພະຍາຍາມຂອງຄະນະພັກແຕ່ລະຂັ້ນ, ຂອງສະມາຊິກພັກ, ພະນັກງານ-ນັກຮົບແຕ່ລະສະຫາຍທີ່ມີຄວາມບຸກບືນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກຕ່າງໆນາໆ ກໍຄືເປັນຜົນຂອງການຕັດສິນໃຈປ່ຽນແປງບົນພື້ນຖານກ້າຮັບຄວາມຈິງ, ກ້າແກ້ໄຂປ່ຽນແປງຈຸດອ່ອນ ເພື່ອການຫັນປ່ຽນໄປສູ່ອັນໃໝ່ຕາມຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງ ປກສ ວາງອອກ.

ສຳລັບ 6 ເດືອນທ້າຍປີ, ຄະນະບໍລິຫານງານພັກກະຊວງ ປກສ ຈະສືບຕໍ່ຊີ້ນຳ-ນຳພາແຕ່ລະຂົງເຂດວຽກງານໃຫ້ມີຜົນງານຫຼາຍກວ່າເກົ່າ; ໂດຍສະເພາະແມ່ນປັບປຸງ, ຍົກລະດັບວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ຖັນແຖວສະມາຊິກພັກ ແລະ ພະນັກງານ-ນັກຮົບໄປພ້ອມກັບການເພີ່ມທະວີຊີ້ນຳວຽກງານໂຄສະນາອົບຮົມ, ປະຊາສຳພັນໃນສັງຄົມໃຫ້ເຂັ້ມແຂງ ເພື່ອສ້າງໃຫ້ກຳລັງ ປກສ ມີຄວາມໜັກແໜ້ນ.