ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນ 12 ມິຖຸ ນາ 2019, ເປັນປະທານໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ຊີ້ແຈ້ງແຜນການເຄື່ອນໄຫວວຽກງານໃຫ້ ສສຊ ໄດ້ຮັບຮູ້.

ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ກ່າວວ່າ: ຄະນະປະຈຳສະພາແຫ່ງຊາດ ໄດ້ຊີ້ນຳຢ່າງໃກ້ສິດຕໍ່ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງໃຫ້ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນ ໂດຍສະເພາະໄດ້ເຂົ້າຮ່ວມກອງປະຊຸມທາບທາມຄົ້ນຄວ້າປະກອບຄຳເຫັນຕໍ່ຮ່າງກົດໝາຍທີ່ຈະນຳເຂົ້າພິຈາ ລະນາຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ສົມທົບກັບສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງສ້າງບັນດານິຕິກໍາໃຕ້ກົດໝາຍຂອງທ້ອງຖິ່ນຈຳນວນທັງໝົດ 94 ສະບັບ.

ໃນນີ້, 6 ເດືອນຜ່ານມາ 10 ແຂວງໄດ້ອອກນິຕິກຳໃຕ້ກົດໝາຍທີ່ພົວພັນເຖິງການຄຸ້ມຄອງຂອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມຂອງທ້ອງຖິ່ນຈຳນວນ 15 ສະບັບ, ປະສານສົມທົບກັບຄະນະປະຈຳສະພາປະຊາຊົນຂັ້ນແຂວງ ເພື່ອຕົກລົງບັນຫາສຳຄັນທ້ອງຖິ່ນ ເຊັ່ນ: ແຕ່ງຕັ້ງໂຍກຍ້າຍບ່ອນປະຈຳການຂອງສະມາຊິກສະພາແຫ່ງ ຊາດ, ສະ ມາຊິກສະພາປະຊາຊົນຂັ້ນແຂວງຈຳນວນໜຶ່ງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ກະກຽມເງື່ອນໄຂໃຫ້ແກ່ການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນແຂວງ ຊຸດທີ 2 ເຂົ້າຮ່ວມໃນການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາປະ ຊາຊົນຂັ້ນແຂວງ ຊຸດທີ 1, ເປັນເຈົ້າການເກັບກຳສັງລວມເນື້ອໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະ ພາແຫ່ງ ຊາດ ຊຸດທີ 8 ເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ຕິດພັນກັບການເຜີຍແຜ່ຜົນສຳເລັດກອງປະ ຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ 1.

ຜ່ານການສັງລວມຂໍ້ມູນເຂດເລືອກຕັ້ງຕ່າງໆສາ ມາດປະຕິບັດໄດ້ທັງໝົດ 1.372 ຈຸດ.ພ້ອມກັນນັ້ນ, ສະພາແຫ່ງ ຊາດ ໄດ້ເປັນເຈົ້າການລະດົມທຶນຮອນ ແລະ ວັດຖຸລວມທັງໝົດ 1 ຕື້ກວ່າກີບມອບ ໃຫ້ອົງການປົກຄອງທ້ອງ ຖິ່ນ ເພື່ອຊ່ວຍເຫຼືອປະຊາຊົນ. ນອກນັ້ນ, ຍັງໄດ້ເປັນເຈົ້າການປະສານສົມທົບກັບຄະ ນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງທ້ອງຖິ່ນໃນການອຳນວຍຄວາມສະດວກ ແລະ ການເຂົ້າຮ່ວມການລົງເຄື່ອນ ໄຫວຊຸກຍູ້ຕິດຕາມກວດກາວຽກງານຕ່າງໆຂອງຄະນະປະຈຳສະພາແຫ່ງຊາດ, ບັນດາກົງ ຈັກຂອງສະພາແຫ່ງ ຊາດ ແລະ ກົງຈັກທີ່ສະພາແຫ່ງຊາດສ້າງຕັ້ງເຮັດໃຫ້ການຕິດຕາມກວດກາໄດ້ຮັບຜົນສຳ ເລັດຕາມທີ່ວາງຄາດ ໝາຍໄວ້.

ນອກນັ້ນ, ທ່ານ ນາງ ສີໃສ ລືເດດມູນສອນ ຍັງໄດ້ລາຍງານແຜນການຈັດຕັ້ງຂອງຄະນະສະພາແຫ່ງ ຊາດທີ່ຈະສຸມໃສ່ໃນ 6 ເດືອນຕໍ່ໜ້າ ເພື່ອຮັບປະກັນໃນດ້ານການຕົກລົງບັນຫາສຳຄັນຂອງປະເທດຊາດ, ຍົກສູງຄວາມຮັບຜິດຊອບໃນການກະກຽມກອງປະຊຸມສະໄໝສາມັນ ເທື່ອທີ VIII ຂອງສະພາແຫ່ງຊາດ ຊຸດທີ 8 ດ້ວຍການເພີ່ມທະວີການປະສານສົມທົບແຕ່ຫົວທີ່ລະຫວ່າງສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ແນໃສ່ການກຳນົດເນື້ອໃນຫົວຂໍ້ກອງປະຊຸມໃຫ້ມີຄວາມຊັດເຈນ, ລະອຽດຄົບຖວ້ນ ແລະ ທັນເວລາ, ເຊິ່ງກອງປະຊຸມດັ່ງກ່າວຈະສຸມໃສ່ເນື້ອໃນຕົ້ນຕໍຕາມທີ່ກຳນົດໄວ້ໃນບົດລາຍງານຂອງສະພາແຫ່ງຊາດ ສະບັບທີ 01/ຄບຈ ລົງວັນ ທີ 23 ມັງກອນ 2019, ເພີ່ມທະວີການປະຕິບັດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ໂດຍຜ່ານກົນໄກກອງປະຊຸມຄະນະປະຈຳ, ຍົກສູງຄວາມຮັບຜິດຊອບໃນການຊີ້ນຳ-ນຳພາວຽກງານແຕ່ລະຂົງເຂດຕາມການແບ່ງງານດ້ວຍການຊຸກຍູ້ຕິດຕາມກວດກາເປັນປົກກະຕິຕໍ່ບັນດາກົງຈັກຂອງສະພາແຫ່ງຊາດ ແລະ ກົງຈັກທີ່ສະພາແຫ່ງຊາດສ້າງຕັ້ງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານທີ່ຄະນະປະ ຈຳສະພາແຫ່ງຊາດວາງອອກ ເພື່ອສາມາດແກ້ໄຂວຽກງານຖືກຕ້ອງຕາມກົດໝາຍມີປະສິດທິຜົນ ແລະ ທັນເວ ລາ ແລະ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານທີ່ຄະນະປະຈຳສະພາແຫ່ງຊາດ ວາງອອກເພື່ອສາມາດແກ້ໄຂວຽກງານຖືກຕ້ອງຕາມກົດໝາຍມີປະສິດທິຜົນ ແລະ ທັນເວລາ.