ໄລຍະນີ້ເປັນຊ່ວງລະດູຝົນ ໃນຂອບເຂດທົ່ວປະເທດຈະມີຝົນຕົກໃນລະດັບທີ່ແຕກຕ່າງໆ ສິ່ງທີ່ຕາມມາກໍຄືຈະເຮັດໃຫ້ການເດີນທາງໄປ-ມາບໍ່ສະດວກສະບາຍປານໃດ ບໍ່ວ່າການສັນຈອນຢູ່ຕົວເມືອງ, ລົງພາກໃຕ້ ຫຼື ຂຶ້ນໄປທາງພາກເໜືອ ຜູ້ຂັບຂີ່ກໍຄວນລະມັດລະວັງພິເສດຕ້ອງກຽມຄວາມພ້ອມທາງດ້ານເຕັກນິກລົດໃຫ້ຢູ່ໃນສະພາບພ້ອມໃຊ້ງານ, ຮັກສາສຸຂະພາບໃຫ້ແຂງແຮງ ຕະຫຼອດ ຮອດການໃຊ້ຄວາມໄວໃຫ້ເໝາະສົມໄລຍະທີ່ມີຝົນຕົກທາງປຽກມື່ນ ຈະພາໃຫ້ເກີດອຸບັດຕິເຫດໄດ້ງ່າຍ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ແນະນໍາໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນທຸກ ຊັ້ນຄົນໃນສັງຄົມ ມີສະຕິລະວັງຕົວ ເພື່ອໃຫ້ມີຄວາມປອດໄພໃນການເດີນ ທາງ ເຊັ່ນ: ກ່ອນຈະເດີນທາງໃກ້ ຫຼື ໄກ ກ່ອນອື່ນໝົດຕ້ອງຕິດຕາມສະພາບການອາກາດທີ່ເກີດຂຶ້ນ ຕິດພັນກັບເສັ້ນທາງທີ່ເຮົາຕ້ອງການຈະເດີນທາງ ແລະ ໝັ່ນກວດກາເບິ່ງສະພາບເຕັກນິກຂອງລົດ ບໍ່ວ່າລົດຈັກ ຫຼື ລົດໃຫຍ່ ຕ້ອງໃຫ້ຢູ່ໃນສະພາບພ້ອມໃຊ້ງານສະເໝີເປັນ ຕົ້ນສະພາບເບຼກ, ຢາງລົດບໍ່ໃຫ້ຫ້ຽນເກີນໄປ ພ້ອມເລືອກລາຍເໝາະກັບເສັ້ນທາງ, ລົມຢາງຢູ່ໃນເກນມາດຕະຖານ, ຕາໄຟ, ຕາລ້ຽວ ແລະອື່ນໆ. ສໍາລັບຜູ້ຂັບຂີ່ລົດຈັກຕ້ອງມີເສື້ອກັນຝົນແຕ່ໃນເວລາສວມ ໃສ່ນັ້ນ ອາດຈະເຮັດໃຫ້ບໍ່ມີຄວາມສະ ດວກໃນການເດີນທາງ ເປັນຕົ້ນການເບິ່ງ ເຫັນ ແລະ ໄດ້ຍິນ, ສິ່ງສໍາຄັນຕ້ອງປະຕິບັດຕາມກົດລະບຽບການສັນຈອນ, ຄ່ອຍໄປຄ່ອຍມາບໍ່ໃຫ້ຟ້າວຟັ່ງ ບໍ່ວ່າຈະເປັນທາງຢາງ, ທາງເບຕົງ ຫຼື ທາງດິນແດງ ກໍຈະປຽກຝົນອາດພາໃຫ້ເກີດອຸບັດຕິ ເຫດໄດ້ງ່າຍ. ນອກນັ້ນ, ບັນດາເຂດເສັ້ນ ທາງທີ່ກໍາລັງມີການລັງກໍ່ສ້າງ, ທາງ
ເປ່ເພ, ທາງເປັນບວກເປັນຂຸມ ມີນໍ້າຂັງ ຍິ່ງໄດ້ມີຄວາມລະມັດລະວັງ ຄວນໃຫ້ ກຽດເຊິ່ງກັນແລະກັນ ທັງຜູ້ຂັບຂີ່ລົດນ້ອຍ ແລະ ລົດໃຫຍ່ ເພື່ອປ້ອງກັນການຢຽບນໍ້າທີ່ເປິເປື້ອນຟົ້ງໃສ່.

ສໍາລັບໃນການເດີນທາງໄປພາກເໜືອ ຫຼື ເສັ້ນທາງທີ່ທຸລະກັນດານດ້ວຍລົດສ່ວນຕົວ ຫຼື ລົດໂດຍສານຜູ້ຂັບຕ້ອງ ມີຄວາມພ້ອມສະເໝີທາງດ້ານຮ່າງກາຍ ແລະ ຈິດໃຈ ໂດຍສະເພາະທາງພາກເໜືອ ເປັນເສັ້ນທາງຄົດໂຄ້ງ, ຂຶ້ນພູລົງຄ້ອຍລຽບຕາມຮ່ອມພູ, ຮ່ອມຜາທີ່ສູງຊັນ ໃນເວລາຝົນຕົກແຮງອາດຈະມີໝອກໜາປົກຄຸມຕາມເສັ້ນທາງ ເຊິ່ງເປັນອຸປະສັກຂອງຜູ້ຂັບຂີ່ໃນການເບິ່ງເຫັນ. ນອກນັ້ນ, ຖ້າມີຝົນຕົກຕິດຕໍ່ກັນ ຫຼາຍວັນ ດິນຈະອູ້ມນໍ້າມີຄວາມສ່ຽງສູງຕໍ່ການເກີດເຫດດິນເຈື່ອນທັບຖົມເສັ້ນທາງສ້າງຄວາມຫຍຸ້ງຍາກຕໍ່ການທຽວທາງ ຫຼື ອາດເກີດອຸບັດຕິເຫດກໍເປັນໄດ້.

ຢ່າງໃດກໍຕາມ ໃນການເດີນທາງ ໃນລະດູຝົນນີ້ ຕ້ອງມີຄວາມລະມັດລະ ວັງພິເສດ, ຖ້າເສັ້ນທາງໃດຫຍຸ້ງຍາກຫຼາຍຄວນຫຼີກລ່ຽງ ຫຼື ຍົກເລີກ, ລໍຖ້າສະພາບອາກາດ ແລະ ເສັ້ນທາງຮັບປະກັນ ແລ້ວຈຶ່ງຄ່ອຍໄປ. ເຖິງແມ່ນວ່າສະພາບ ເຕັກນ ິກຂອງພາຫະນະຢູ່ສະພາບ ພ້ອມໃຊ້ງານປານໃດກໍຕາມ ແຕ່ສະພາບແວດລ້ອມບໍ່ເອື້ອອໍານວຍ ພ້ອມນັ້ນຜູ້ຂັບຂີ່ມີຄວາມປະໝາດຂາດສະຕິ ແລະ ບໍ່ປະຕິບັດກົດລະບຽບກົດລະບຽບທີ່ວາງອອກກໍບໍ່ສາມາດເດີນທາງປອດໄພໄດ້ເຊັ່ນດຽວກັນ.