ໃນວັນທີ 13 ມິຖຸນາ, ສຳນັກຂ່າວ ເດລີເມ ລາຍງານສະຖານະການ ການແຜ່ລະບາດຂອງພະຍາດ ໃນລັດພິຫາ ທາງພາກຕາເວັນອອກສຽງເໜືອຂອງປະເທດອິນເດຍ ຫຼັງຈາກພົບເດັກນ້ອຍປ່ວຍເປັນ ພະຍາດສະໝອງອັກເສບກະທັນຫັນ (AES) ແລະ ເສຍຊີວິດແລ້ວຢ່າງໜ້ອຍ 53 ຄົນ ໃນໄລຍະເວລາພຽງ 10 ມື້ ທີ່ຜ່ານມາ.

At least 53 children have died in northern India in the last 10 days from a deadly brain disease believed linked to a toxic substance found in lychee fruit, health officials said.
At least 53 children have died in northern India in the last 10 days from a deadly brain disease believed linked to a toxic substance found in lychee fruit, health officials said.

ດ້ານທາງການທ້ອງຖິ່ນ ລະບຸວ່າ:

ເດັກນ້ອຍອາດໄດ້ຮັບພິດຈາກໝາກລິ້ນຈີ ໝາກໄມ້ຍອດນິຍົມຂອງທ້ອງຖິ່ນ ແລະ ມີການປູກຢ່າງກວ້າງຂວາງ, ພ້ອມທັງປະກາດເຕືອນໃຫ້ຜູ້ປົກຄອງ ເຝົ້າເບິ່ງແຍງລູກຢ່າງໃກ້ຊິດ ແລະ ຫຼີກລ່ຽງການບໍລິໂພກໝາກລິ້ນຈີ ໃນໄລຍະນີ້.

The Centre has constituted a team of multi-specialists which will visit Bihar on Wednesday to assist the state after at least 53 children died this month.
The Centre has constituted a team of multi-specialists which will visit Bihar on Wednesday to assist the state after at least 53 children died this month.

ທ່ານ ອະໂສກ ກຸມານ ຊິງ ເຈົ້າໜ້າທີ່ອາວຸໂສ ດ້ານສາທາລະນະສຸກ ປະຈຳລັດພິຫາ ເປີດເຜີຍວ່າ:

ພົບເດັກນ້ອຍເກືອບ 100 ຄົນ ໃນເຂດມູຊັບຟາປຸຣະ ປ່ວຍເປັນພະຍາດສະໝອງອັກເສບກະທັນຫັນ ໂດຍຜູ້ປ່ວຍມີລະດັບນໍ້າຕານໃນເລືອດຕໍ່າລົງ ຢ່າງໄວວາ ຈົນເຂົ້າສູ່ພາວະວິກິດ ພ້ອມນັ້ນຍັງມີພາວະສະໝອງບວມ, ເກີດອາການຊັກ, ໝົດສະຕິ ແລະ ໃນບາງຄົນຮຸນແຮງເຖິງຂັ້ນເສຍຊີວິດ.

ເບື້ອງຕົ້ນມີລາຍງານ ການເສຍຊີວິດຂອງເດັກທີ່ປ່ວຍດ້ວຍ ພະຍາດສະໝອງອັກເສບ ແລ້ວ 53 ຄົນ ເປັນຜູ້ປ່ວຍຈາກໂຮງໝໍ 2 ແຫ່ງ ແລະ ອີກຫຼາຍກວ່າ 40 ຄົນ ຍັງພັກປິ່ນປົວຢູ່ທີ່ໂຮງໝໍ.

The popular fruit can be particularly harmful to children – especially when unripe and eaten on an empty stomach.
The popular fruit can be particularly harmful to children – especially when unripe and eaten on an empty stomach.

ທັ້ງນີ້, ເຂດມູຊັບຟາປຸຣະ ແລະ ພື້ນທີ່ໃກ້ຄຽງ ມັກປະເຊີນກັບການແຜ່ລະບາດຂອງພະຍາດດັ່ງກ່າວ ໃນໄລຍະລະດູຮ້ອນຂອງທຸກໆປີ ນັບຕັ້ງແຕ່ປີ 1995 ໂດຍທ້ອງຖິ່ນເອີ້ນວ່າ ພະຍາດສຳກິພຸຂາ ທີ່ມີຈຳນວນຜູ້ເສຍຊີວິດຫຼາຍເປັນປະຫວັດສາດເຖິງ 150 ຄົນ ໃນປີ 2014.