ສະຖານເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບບໍລິສັດ ຊີມັງ ແລະ ຜະລິດຕະພັນກໍ່ສ້າງ ເອັດສຊີຈີ ທີ່ເປັນອົງກອນຊັ້ນນໍາທີ່ມຸ່ງສ້າງຄວາມຍືນຍົງໃນອາຊຽນ ພ້ອມດ້ວຍຜູ້ປະກອບການໄທໃນ ສປປ ລາວ ຮ່ວມກັນຈັດກິດຈະກໍາກວດສຸຂະພາບ ແລະ ຮັກສາແຂ້ວໃຫ້ແກ່ພະສົງ ແລະ ສໍາມະເນນ ຫຼາຍກວ່າ 999 ອົງ ເພື່ອຖວາຍເປັນພະຣາດຊະກຸສົນ ເນື່ອງໃນພຣະຣາດຊະພິທີບໍຣົມຣາຊາພິເສກພຣະບາດສົມເດັດ ພຣະປະຣະເມນທະຣະຣາມາທິບບໍດີສີສິນມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ຣາດຊະການທີ 10 ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ພຣະລາຊິນີ ປະຈໍາປີ 2019 ໂດຍມີຄະນະທັນຕະ ແພດ ຈາກໜ່ວຍທັນຕະກໍາ ພຣະຣາດ ຊະທານ ຄະນະແພດສາດ ຈຸລາລົງກອນ ມະຫາວິທະຍາໄລ ພ້ອມເຈົ້າໜ້າທີ່ສະ ໜັບສະໜູນຫຼາຍກວ່າ 70 ຄົນ ມາໃຫ້ບໍລິການ ໃນວັນທີ 5 ແລະ 6 ມິຖຸນາ 2019 ທີ່ວັດອົງຕື້ ມະຫາວິຫານ ນະຄອນຫຼວງວຽງຈັນ.

ທ່ານ ນິທິ ພັດທະຣະໂຊກ, ປະທານ ບໍລິສັດ ຊີມັງ ແລະ ຜະລິດຕະພັນກໍ່ສ້າງ ເອັດສຊີຈີ ກ່າວວ່າ: ການມີສຸຂະພາບທີ່ດີ ເປັນປັດໄຈພື້ນຖານໃນການດໍາລົງຊີວິດ ທາງເອັດສຊີຈີ ຈຶ່ງເຫັນຄວາມສຳຄັນໃນການພັດທະນາຄຸນນະພາບຊີວິດ ເພື່ອ ນໍາໄປສູ່ການພັດທະນາຢ່າງຍືນຍົງທາງ ດ້ານສັງຄົມ ແລະ ວັດທະນະທໍາ ກິດຈະ ກໍາໃນຄັ້ງນີ້ ຈະເປັນການຊ່ວຍຫຼຸດປັນ ຫາສຸຂະພາບແຂ້ວທີ່ເກີດຂຶ້ນກັບພຣະ ສົງ ຊ່ວຍໃຫ້ພຣະສົງສາມະເນນສາມາດປະຕິບັດກິດ ແລະ ສືບທອດພຸດທະ ສາສະໜາຕໍ່ໄປໄດ້ແບບຍືນຍົງ.

ດ້ວຍເຫດນັ້ນຈຶ່ງຈັດກິດຈະກໍາຄັ້ງນີ້ ຂຶ້ນໂດຍ ໄດ້ຮັບຄວາມຮ່ວມມືຈາກຫຼາຍພາກສ່ວນທີ່ມີຄວາມຍິນດີຮ່ວມກັນເປັນຈິດອາສາ ເຮັດຄວາມດີ ມີຄວາມສາມັກຄີປອງດອງ ຮ່ວມແຮງຮ່ວມໃຈປະກອບກິດຈະກໍາສາທາລະນະ ເພື່ອປະໂຫຍດສຸກຂອງສ່ວນລວມ ໂດຍບໍ່ຫວັງສິ່ງຕອບ ແທນ ແລະ ຍັງໄດ້ນັກສຶກສາທຶນມະຫາວິທະຍາໄລ ຈາກໂຄງການ SCG Sharing the Dream ມາເປັນອາສາສະໝັກຮ່ວມກິດຈະກໍາ ອີກດ້ວຍ ນອກຈາກນີ້ ຂໍຂອບໃຈມາຍັງພຣະອາຈານໃຫຍ່ ປອ. ພວງປະເສີດ ພູມມາວົງ ຜູ້ອໍານວຍການ ວິທະຍາໄລສົງ ວັດອົງຕື້ ແລະ ເຈົ້າອາວາດວັດອົງຕື້ ມະຫາວິຫານ ທີ່ອະນຸຍາດໃຫ້ໃຊ້ສະຖານ ທີ່ຂອງວັດ ແລະ ອໍານວຍຄວາມສະ ດວກໃນການ ຈັດກິດຈະກໍາອີກທັງພາກລັດ ແລະ ພາກເອກກະຊົນຂອງ ສປປ ລາວ ທີ່ມີສ່ວນຮ່ວມໃນໂຄງການນີ້ດໍາເນີນ ໄດ້ຢ່າງຮຽບຮ້ອຍ.

ໂອກາດດຽວກັນ, ເອັດສຊີຈີ ໄດ້ມອບເງິນຈໍານວນ 850.000 ບາດ ເພື່ອເປັນຄ່າອຸປະກອນການແພດ ແລະ ການຈັດໂຄງການກິດຈະກໍາ ແລະ ຄາດວ່າຈະມີພຣະພິຂຸສົງ ແລະ ສໍາມະເນນ ຈາກທົ່ວນະຄອນຫຼວງວຽງຈັນ ເດີນທາງມາຮັບບໍລິການຮັກສາທາງທັນຕະກໍາ ຫຼາຍກວ່າ 999 ອົງ ເຊິ່ງເອັດສຊີຈີ ຫວັງວ່າຜົນສໍາເລັດຈາກຄວາມຮ່ວມມືຄັ້ງນີ້ ຈະເປັນສ່ວນໜຶ່ງໃນການສົ່ງເສີມໃຫ້ພາກເອກກະຊົນໄທ ຮ່ວມມືກັນຈັດ ກິດຈະກໍາເພື່ອສັງຄົມ ສປປ ລາວ ໃນດ້ານຕ່າງໆ ເພີ່ມຂຶ້ນຕໍ່ເນື່ອງແບບຍືນຍົງໃນອະນາຄົດ.