ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຮາກຖານ ກອງພັນ 135 ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ຈັດຂຶ້ນໃນວັນທີ 12 ມິຖຸນາ 2019 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັອ ໄກສອນ ແກ້ວມະນີ ຮອງເລ ຂາຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີບັນດາແຂກຮັບເຊີນ, ສະມາຊິກພັກສົມບູນ-ສໍາ ຮອງ ພາຍໃນໜ່ວຍພັກເຂົ້າຮ່ວມ.

ສະຫາຍ ພັທ ດຸ້ຍວົງໄຊ ພົມວົງສາ ເລຂາໜ່ວຍພັກຮາກຖານຫົວໜ້າກອງພັນ 135 ປະທານກອງປະຊຸມໄດ້ຂຶ້ນຜ່ານບົດລາຍງານການເມືອງຂອງໜ່ວຍພັກ ວ່າ: ໃນ 3 ປີຜ່ານມາ, ຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມບັນດາສະມາຊິກພັກ, ພະນັກງານ-ນັກຮົບຢ່າງຕໍ່ເນື່ອງໂດຍຖືເອົາການຮ່ວມຊີວິດປະຈໍາອາທິດ, ປະຈໍາເດືອນ ແລະ ປະຈໍາປີ ເຮັດໃຫ້ສະມາຊິກມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ສັດຊື່ບໍລິສຸດ ແລະ ສາມາດປະຕິບັດໜ້າທີ່ວິຊາສະເພາະໄດ້ຢ່າງມີໝາກຜົນສະແດງອອກຄື:

ສາມາດນໍາພາສະມາຊິກພັກ, ພະນັກງານ-ນັກຮົບປ້ອງກັນກອງປະຊຸມລະດັບສາກົນ, ພາກພື້ນທີ່ລາວເປັນເຈົ້າພາບ, ປ້ອງກັນແຂກທີ່ມາຢ້ຽມ ຢາມລາວ ໄດ້ 42 ຄັ້ງ, ປ້ອງກັນກອງປະຊຸມລະດັບຊາດ, ຜູ້ນໍາພັກ-ລັດ ແລະ ແຂກພາຍໃນໄດ້ 77 ຄັ້ງ, ປ້ອງກັນງານບຸນປະເພນີງານວາງສະແດງຕ່າງໆ 60 ຄັ້ງ, ປ້ອງກັນບໍລິສັດ-ຫ້າງຮ້ານ, ທະນາຄານໄດ້ 1.140 ເທື່ອຄົນ, ອອກກວດກາລາດຕະເວນໄດ້ 706 ຄັ້ງ, ປະຈໍາການກຽມພ້ອມແກ້ໄຂສະພາບທີ່ຈະເກີດຂຶ້ນຕະຫຼອດ 24 ຊົ່ວ ໂມງໄດ້ 1.095 ຄັ້ງ, ປ້ອງກັນປົດຄ້າຍ 2.024 ແຮງງານ; ຜ່ານການປະຕິບັດໜ້າທີ່ ສາມາດຈັດແບ່ງປະເພດສະມາຊິກພັກໄດ້ດັ່ງນີ້: ປະເພດເຂັ້ມແຂງມີ 51 ສະຫາຍ, ແຂງ 2 ສະຫາຍ, ກາງ 2 ສະຫາຍ, ບໍ່ໄດ້ຈັດແບ່ງປະ ເພດ 13 ສະຫາຍ, ສ່ວນພະນັກງານ-ນັກຮົບໄດ້ປະເພດເຂັ້ມແຂງ 45 ສະຫາຍ, ແຂງ 6 ສະຫາຍ, ກາງ 1 ສະ ຫາຍ, ບໍ່ໄດ້ຈັດແບ່ງປະເພດ 25 ສະຫາຍ.

ໃນພິທີ, ຍັງມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ລົງສະໝັກເລືອກຕັ້ງທັງໝົດ 7 ສະ ຫາຍ ເລືອກເອົາ 5 ສະຫາຍ; ຜ່ານການປ່ອນບັດເລືອກຕັ້ງເປັນເອກະສັນເລືອກເອົາສະຫາຍ ພັທ ດຸ້ຍວົງໄຊ ພົມວົງສາ ເປັນເລຂາ, ສະຫາຍ ພັທ ອໍາໄພວັນ ເພັງໄຊປັນຍາ ເປັນຮອງເລຂາ ແລະ ສະຫາຍ ພັຕ ພິນນະກອນ ລືຫາຈັກ ເປັນປະທານກວດກາ, ພັຕ ສຸລັດຖາ ສ່ວຍພະໄຕ ແລະ ຮອ ສາຍສະຫວັນ ຢ່າສົ່ງກົວ ເປັນຄະນະ.

ໂອກາດດຽວກັນ, ສະຫາຍ ພັອ ໄກສອນ ແກ້ວມະນີ ກໍໄດ້ເນັ້ນໃຫ້ຄະນະໜ່ວຍພັກຮາກຖານ ກອງພັນ 135 ຊຸດໃໝ່ ຈົ່ງສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສະມາຊິກ ພາຍໃນໜ່ວຍມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ໂດຍສະເພາະແມ່ນການຈັດຕັ້ງໜ່ວຍພັກ ສາມາດເຮັດສໍາເລັດໜ້າທີ່ຕາມແຕ່ລະໜ້າວຽກທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີປະສິດທິພາບ.