ກອງປະຊຸມອໍານວຍການວິທະຍາຄານຕໍາຫຼວດ ຈີນ-ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ຄັ້ງທີ 3 ເພື່ອເສີມສ້າງຂີດຄວາມສາມາດໃນການປະຕິບັດກົດໝາຍຂອງເຈົ້າໜ້າທີ່ຕໍາຫຼວດ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 18 ມິຖຸນາ 2019 ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍການເຂົ້າຮ່ວມ ແລະ ກ່າວໄຂກອງປະຊຸມຂອງ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ພົຈວ ບຸນຊູ ນາມມະຈັກ ອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ ແຫ່ງ ສປປ ລາວ ແລະ ທ່ານ ຫຼິວ ກົງຫົວ ອໍາ ນວຍການວິທະຍາຄານຕໍາຫຼວດຢຸນນານ ແຫ່ງ ສປ ຈີນ, ມີບັນດາຫົວໜ້າຄະນະຜູ້ ແທນວິທະຍາຄານຕໍາຫຼວດຈີນ-ອາຊຽນ ແລະ ບັນດາປະເທດອ້ອມ ຂ້າງ ສປ ຈີນ ເຂົ້າຮ່ວມ.

ໃນກອງປະຊຸມ, ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ, ເຊິ່ງກອງປະຊຸມຄັ້ງນີ້ໄດ້ມີຄວາມມຸ່ງໝັ້ນເພີ່ມທະວີການຮ່ວມມືໃນຂົງເຂດວຽກງານພັດທະນາຊັບພະຍາກອນມະນຸດຂອງກໍາລັງຕໍາຫຼວດບັນດາປະເທດອາຊຽນ-ຈີນ ແລະ ບັນດາປະເທດ ອ້ອມຂ້າງ ສປ ຈີນ, ໃນການເສີມສ້າງຂີດຄວາມສາມາດໃນການປະຕິບັດກົດໝາຍຂອງເຈົ້າໜ້າທີ່ຕໍາຫຼວດ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການບໍລິຫານການສຶກສາ, ຍົກລະດັບການພັດທະນາກໍາລັງຕໍາຫຼວດຈີນຕໍ່ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ໃຫ້ມີຄວາມສາມາດຮັບມືກັບທຸກສະຖານະການ ແລະ ນັບມື້ເຕີບ ໃຫຍ່ເຂັ້ມແຂງ, ເປັນການຍົກສູງບົດບາດອິດທິພົນຂອງບັນດາວິທະຍາຄານຕໍາຫຼວດຈີນ-ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ໃຫ້ສູງເດັ່ນຂຶ້ນ ເປັນຕົ້ນແມ່ນບັນຫາຕ້ານອາດຊະຍາກໍາຂ້າມຊາດ 10 ປະເທດ, ທີ່ນອນຢູ່ໃນຂອບການຮ່ວມມືຂອງອາຊຽນ.

ບັນຫາອາດຊະຍາກຳມັນເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕໍ່ການດໍາລົງຊີວິດທີ່ສັນຕິຂອງພົນລະເມືອງ ກໍຄືການພັດທະນາເສດຖະກິດສັງຄົມຂອງບັນດາປະເທດ ເຊັ່ນ: ສປ ຈີນ ແລະ 10 ປະເທດອາຊຽນ ກໍຄືບັນດາປະເທດອ້ອມຂ້າງ ສປ ຈີນ ກໍໄດ້ຮັບຜົນກະທົບຢ່າງບໍ່ສາມາດຫຼີກລ່ຽງໄດ້, ເຊິ່ງອາດບໍ່ມີປະເທດໃດສາມາດແກ້ໄຂໄດ້ດ້ວຍຕົນເອງ ໂດຍປາສະຈາກການຮ່ວມມື ເພາະວ່າພວກກໍ່ອາຊະຍາກໍາຂ້າມຊາດໄດ້ມີວິທີການເຄື່ອນໄຫວທີ່ເລິກແລບກວ່າເກົ່າ ໂດຍຈັດຕັ້ງເປັນເຄືອຂ່າຍ, ນໍາໃຊ້ເທັກໂນໂລຊີທີ່ທັນ ສະໄໝເຂົ້າໃນການກະທໍາຜິດ, ເຊິ່ງໄດ້ສ້າງຜົນເສຍຫາຍຢ່າງຫຼວງຫຼາຍຕໍ່ຊີວິດ, ຊັບສິນຂອງພົນລະເມືອງ, ຈາກກົດເກນການເຄື່ອນໄຫວຂອງພວກອາຊະຍາກໍາ, ໄດ້ເລັ່ງທວງໃຫ້ບັນດາສະຖາບັນໃນການພັດທະນາກໍາລັງຕອບຕ້ານ, ຮັບມືກັບບັນດາປະເພດອາຊະຍາກໍາເຫຼົ່ານັ້ນ, ການຮ່ວມມືກັນນີ້ແມ່ນທາງເລືອກທີ່ຖືກຕ້ອງ ແລະ ເປັນສິ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂຮ່ວມກັນ.

ກອງປະຊຸມຄັ້ງນີ້, ຈະເປັນເວທີແຫ່ງຄວາມສາມັກຄີມິດຕະພາບ ແລະ ການປຶກສາຫາລືຢ່າງສ້າງສັນ, ກົງໄປ-ກົງ ມາເພື່ອຄົ້ນຫາເນື້ອໃນ, ວິທີການພັດທະນາກໍາລັງຕໍາຫຼວດຢູ່ສະຖາບັນການສຶກສາ ຕາມທິດເສີມສ້າງຂີດຄວາມສາມາດປະຕິບັດກົດໝາຍ, ປະເຊີນໜ້າຢ່າງບໍ່ມີວັນກົວກັບພວກອາຊະຍາກໍາຂ້າມຊາດ, ເຮັດໃຫ້ປະ ເທດຊາດມີຄວາມສະຫງົບ, ມີສະຖຽນລະພາບ, ມີຄວາມເປັນລະບຽບ-ຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ພົນລະເມືອງໄດ້ດໍາລົງຊີວິດໃນບັນຍາກາດແຫ່ງຄວາມສະຫງົບ.

ເພື່ອບັນລຸຈຸດປະສົງເປົ້າໝາຍດັ່ງກ່າວ ຈຶ່ງຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມຈົ່ງເສີມຂະຫຍາຍຄວາມຮັບ ຜິດຊອບທີ່ໄດ້ຮັບມອບໝາຍ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ, ກົງໄປ-ກົງມາ ຕໍ່ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື, ແລກປ່ຽນບົດ ຮຽນ, ປະສົບການຂອງແຕ່ລະປະເທດ ແນໃສ່ເສີມສ້າງທັດສະນະ, ແນວຄວາມຄິດໃຫ້ແກ່ການປັບປຸງ, ພັດທະ ນາຫຼັກສູດ, ຕໍາລາສິດສອນຢູ່ສະຖາບັນໃຫ້ຄ່ອງຕົວ, ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃນແຕ່ລະໄລຍະ, ການຮ່ວມມື ແລະ ການປະກອບຄວາມຄິດເຫັນຢ່າງສ້າງສັນຂອງບັນດາທ່ານຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມອໍານວຍການວິທະຍາຄານຕໍາຫຼວດຈີນ-ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ, ຄັ້ງທີ 3 ທີ່ວິທະຍາຄານຕໍາຫຼວດປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບໃນຄັ້ງນີ້ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ທຸກປະການ.

ນອກຈາກນັ້ນ, ໃນການດໍາເນີນ ກອງປະຊຸມບັນດາປະເທດຜູ້ແທນເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນບັນດາຫົວຂໍ້ສໍາຄັນຕ່າງໆທັງໝົດ 17 ຫົວຂໍ້ແຫ່ງການຄົ້ນຄວ້າປຶກສາຫາລືກັນເປັນຕົ້ນແມ່ນ ບົດຮຽນ ແລະ ທິດທາງການພັດທະນາກໍາລັງຕໍາຫຼວດກໍ່ສ້າງທ່າສະໜາມປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໂດຍວິທະຍາຄານຕໍາຫຼວດປະຊາຊົນ ແຫ່ງ ສປປ ລາວ.

ສະແຫວງຫາສັນຕິພາບ, ສະແຫວງຫາການພັດທະນາ, ການສົ່ງເສີມການຮ່ວມມື ແລະ ສ້າງສະຖານະການທີ່ຊະນະເລີດ-ສ້າງກົນໄກການຮ່ວມມືໃນພາກພື້ນສໍາລັບການສຶກສາ ແລະ ການອົບຮົມຂອງຕໍາຫຼວດ ໂດຍວິທະຍາຄານຕໍາຫຼວດສືບສວນ-ສອບສວນອາຍາ ແຫ່ງ ສປ ຈີນ, ນະໂຍບາຍການຮ່ວມມືສາກົນ ແລະ ບັນດາປະເທດອາຊຽນ ໂດຍວິທະຍາຄານຕໍາຫຼວດ, ບົດ ຮຽນ ແລະ ທິດທາງກໍ່ສ້າງກໍາລັງຕໍາຫຼວດ ເພື່ອຮັບມືກັບການກໍ່ການຮ້າຍ, ບົດຮຽນ ແລະ ທິດທາງພັດທະນາກໍາລັງຕໍາຫຼວດກວດກາ, ຄວບຄຸມຢາເສບຕິດ ໂດຍວິທະຍາຄານຕໍາຫຼວດປະຊາຊົນ, ບົດຮຽນ ແລະ ທິດທາງກໍ່ສ້າງກໍາລັງຕໍາຫຼວດ ເພື່ອຮັບມືກັບອາຊະຍາກໍາໃໝ່ ແລະ ບັນດາຫົວຂໍ້ສໍາຄັນອື່ນໆ.