ໂຮງງານຜະລິດເຕັ້ນ ຍຸງແກ້ວ ມອບເຕັ້ນ 13 ຊຸດ ໃຫ້ມູນນິທິຊ່ວຍເຫຼືອຄົນທຸກຍາກ

0
393

ໃນວັນທີ 14 ມິຖຸນາ 2019 ໂຮງງານຜະລິດເຕັ້ນຢຸງແກ້ວ ໄດ້ມອບເຕັ້ນ ຈຳນວນ 13 ຊຸດ ລວມມູນຄ່າ 23.800.000 ກີບ ໃຫ້ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ; ມອບໂດຍ ທ່ານ ເຂັມ ເພັດເພຍພົນ ເຈົ້າຂອງໂຮງງານຜະລິດເຕັ້ນຢຸງແກ້ວ ແລະ ຮັບໂດຍ ທ່ານ ນາງ ສີສະຫຼຽວ ທຳມະເທວາ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ, ມີນາຍບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພິທີມອບເຕັ້ນ ຈຳນວນ 13 ຊຸດ ລວມມູນຄ່າ 23.800.000 ກີບ ໃຫ້ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ

ທ່ານ ເຂັມເພັດ ເພຍພົນ ກ່າວວ່າ: ການມອບເຕັ້ນຈຳນວນ 13 ຊຸດ ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານຂອງມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ແລະ ເພື່ອນຳໄປປະກອບສ່ວນເຂົ້າໃນການຊ່ວຍເຫຼືອທາງດ້ານວຽກງານວິຊາສະເພາະຂອງ ມູນນິທິ ໃນເວລາອອກຮັບໃຊ້ສັງຄົມ ເປັນຕົ້ນແມ່ນນຳໃຊ້ເປັນຮົ່ມ, ບ່ອນພັກອາໄສ,ໃຊ້ເປັນບ່ອນນອນໃນທີ່ສຸກເສີນ ໃນເວລາອອກເຄື່ອນໄຫວໜ້າທີ່ວຽກງານຕ່າງໆ ຊ່ວຍເຫຼືອສັງຄົມ.
ໂຮງງານຜະລິດເຕັ້ນ ຢຸງແກ້ວ ໄດ້ເລີ່ມເປີດບໍລິການໃນປີ 1997 ທີ່ບ້ານດົງປ່າລານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເຊິ່ງໃນເມື່ອກ່ອນແມ່ນເປັນພຽງຮ້ານບໍລິການຫຍິບເບາະລົດຈັກ, ລົດໃຫຍ່,ໂຊຟາ, ເຕັ້ນ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າຕະຫຼອດມາ; ຈາກນັ້ນ, ໂຮງງານຂອງພວກເຮົາຈຶ່ງໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ສ້າງເປັນໂຮງ ງານຜະລິດເຕັ້ນໃຫຍ່ໃນປີ 2013 ເປັນຕົ້ນມາຈົນມາຮອດປັດຈຸບັນ.

ພ້ອມດຽວກັນນັ້ນ ທ່ານ ນາງ ສີສະຫຼຽວ ທຳມະເທວາ ປະທານ ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ທ່ານ ເຂັມເພັດ ເພຍພົນ ເຈົ້າຂອງໂຮງງານຜະລິດເຕັ້ນ ຢຸງແກ້ວ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງມູນນິທິຊ່ວຍເຫຼືອຄົນທຸກຍາກ ພ້ອມທັງຈະນຳເອົາເຄື່ອງດັ່ງກ່າວໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕ່າງໆຂອງມູນນິທິໃຫ້ເກີດປະໂຫຍດສູງສຸດ ແລະ ອວຍພອນໄຊ ໃຫ້ທ່ານພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງທຸລະກິດຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.