ໂຮງຮຽນທິດສະດີການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຂໍ້ຕົກລົງວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ, ໃນວັນທີ 21 ມິຖຸນາ 2019, ເຜີຍແຜ່ໂດຍ ພັອ ສົມດອນ ພັນທະມິດ ຮອງອຳນວຍການໂຮງຮຽນທິດສະດີການເມືອງ ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານພະນັກງານ-ນັກຮົບ ແລະ ນັກສຶກສາ 3 ຮຸ່ນ 2 ລະບົບເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ.

ພັອ ສົມດອນ ພັນທະມິດ ກ່າວວ່າ: ເອກະສານຂໍ້ຕົກລົງວ່າ ດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ສະບັບເລກທີ 564/ປກສ ລົງວັນທີ 3 ເມສາ 2019 ປະກອບມີ 6 ໝວດ, 21 ມາດຕາ. ໃນນີ້, ມາດຕາ 8 ໄດ້ລະບຸຂໍ້ຫ້າມສະເພາະຕໍ່ນາຍ ແລະ ພົນຕໍາຫຼວດ ໃນຂົງເຂດວຽກງານພາລາທິການ ຄື: ຫ້າມສົມຮູ້ຮ່ວມຄິດ, ສ້າງພັນທະຜູກຂາດກັບບຸກຄົນ ຫຼື ນິຕິບຸກຄົນໃນການປະມູນໂຄງການ, ຮັບສິນບົນໃນການຈັດຊື້-ຈັດຈ້າງບໍລິການໃຫ້ເຊົ່າ, ສຳປະທານ, ກົດໜ່ວງຖ່ວງດຶງແກ່ຍາວເວລາ ແລະ ບັນຫາອື່ນໆ ເຮັດໃຫ້ລາຄາສູງເກີນຕົວຈິງ, ບໍ່ຖືກຮູບແບບ, ຄຸນນະພາບ, ບໍ່ໄດ້ມາດຖານ ເພື່ອຫາຜົນປະໂຫຍດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແລະ ຫ້າມນາຍ ແລະ ພົນຕຳຫຼວດ ທີ່ເຮັດວຽກງານເສນາຮັກ ແລະ ແພດໝໍ ມີພຶດຕິກຳສວຍໃຊ້ໜ້າ ທີ່ ເພື່ອຫາຜົນປະໂຫຍດໂດຍບໍ່ ຊອບທຳເປັນຕົ້ນ ການປົກປິດ, ບິດເບື້ອນ, ຕັດຮອນ ຫຼື ສັບປ່ຽນວັດຖຸອຸປະກອນການແພດ, ຢາປົວພະຍາດ, ຢັ້ງຢືນຂໍ້ມູນດ້ານສຸຂະພາບບໍ່ຖືກຄວາມເປັນຈິງໃຫ້ບຸກຄົນທີ່ມາໃຊ້ບໍລິການລວມທັງສົມຮູ້
ຮ່ວມຄິດ, ສ້າງເງື່ອນໄຂອໍານວນ ຄວາມສະດວກໃຫ້ນັກໂທດ ແລະ ຜູ້ຖືກຫາໄດ້ອອກມາປິ່ນປົວ ຫຼື ແກ່
ຍາວເວລາປິ່ນປົວ.

ການເຜີຍແຜ່ຂໍ້ຫ້າມດັ່ງກາວ ແມ່ນແນໃສ່ເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບໃນການຈັດຕັ້ງສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນກຳລັງປ້ອງກັນຄວາມສະຫງົບ, ແນໃສ່ຫຼຸດຜ່ອນ ຫ່າງສຽງວິພາກວິຈານຂອງສັງຄົມ ແລະ ເຮັດໃຫ້ກຳລັງມີຄວາມປອດໃສເຂັ້ມແຂງ, ໜັກແໜ້ນ, ມີແບບແຜນທີ່ທັນສະໄໝ, ມີຈັນຍາບັນຈັນຍາທຳ, ມີລະບຽບວິໄນເຂັ້ມງວດ ສົມເປັນກຳລັງປະກອບອາວຸດປະຕິວັດ ທີ່ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ປະເທດຊາດ ແລະ ປະຊາຊົນ ເພື່ອໃຫ້ສອດຄ່ອງກັບ ແນວທາງນະໂຍບາຍຂອງພັກ-ລັດ, ຖະທຳມະນູນກົດໝາຍ ແລະ ລະບຽບການ, ປະຕິບັດຫຼັກການພິຈາລະນາວິໄນ ເປັນຕົ້ນການນຳ ຊ້ມາດຕະການຕໍ່ຜູ້ລະເມີດ, ປະຕິບັດລະບອບການກວດກາ ແລະ
ປ້ອງກັນກຳລັງ ພາຍໃຕ້ການຊີ້ນຳໂດຍກົງຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຢ່າງເຂັ້ມງວດ ແລະ ຮັບປະ ກັນຄວາມວ່ອງໄວທັນການ, ເຂັ້ມງວດ, ໂປ່ງໃສ, ພາວະວິໄສ ແລະ ຍຸຕິທຳ.