ມອບ-ຮັບໜ້າທີ່ ຫົວໜ້າການທະຫານ ໂຮງໝໍກອງພົນທີ 2

0
1954

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າການທະຫານ ໂຮງໝໍກອງພົນທີ 2 ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ 2019 ທີ່ຜ່ານມາ, ຢູ່ທີ່ຫ້ອງການຂອງໂຮງໝໍກອງພົນທີ 2 ເຊິ່ງເປັນກຽດເຂົ້າຮ່ວມໂດຍ ພັອ ປອ ສີພອນ ແກ້ວສະໄໝ ຫົວໜ້າການເມືອງ ກອງພົນທີ 2, ມີບັນດາຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານແພດໝໍ ພາຍໃນໂຮງໝໍດັ່ງກ່າວ ເຂົ້າຮ່ວມ.

ພັອ ປອ ສີພອນ ແກ້ວສະໄໝ ຫົວໜ້າການເມືອງ ກອງພົນທີ 2
ພັອ ປອ ສີພອນ ແກ້ວສະໄໝ ຫົວໜ້າການເມືອງ ກອງພົນທີ 2

ໃນພິທີ, ພັທ ບຸນຍືນ ວິໄລພັນ ຫົວໜ້າພະແນກພະນັກງານຫ້ອງການເມືອງ ກອງພົນທີ 2 ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 2180/ກມທ ລົງວັນທີ 22 ພຶດສະພາ 2019 ວ່າດ້ວຍ ການແຕ່ງຕັ້ງຄະນະພັກ-ຄະນະບັນຊາ ໂຮງໝໍ ທີ່ຂຶ້ນກັບ ກອງພົນທີ 2 ໂດຍອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ, ໂຍກຍ້າຍນາຍທະຫານ, ອີງຕາມໜັງສືສະເໜີຂອງ ກົມໃຫຍ່ພະລາທິການກອງທັບ ສະບັບເລກທີ 63 ລົງວັນທີ 5 ກຸມພາ 2019 ແລະ ອີງຕາມໜັງສືສະເໜີຂອງ ກົມເສນາຮັກ ສະບັບເລກທີ 544 ລົງວັນທີ 2 ພຶດສະພາ 2019 ແລະ ໜັງສືສະເໜີຂອງ ກົມພະນັກງານ, ກົມໃຫຍ່ການເມືອງກອງທັບ ໄດ້ຕົກລົງໂຍກຍ້າຍ ພັທ ພູວິໄລ ພູນສະຫວັດ ຫົວໜ້າການທະຫານ ໂຮງໝໍກອງພົນທີ 2 ໄປຮັບໜ້າທີ່ໃໝ່ຢູ່ ໂຮງໝໍບໍລິເວນ 101 ແລະ ແຕ່ງຕັ້ງ ຮອ ມະຫາສະໝຸດ ວັນນະວົງ ເປັນ ຫົວໜ້າການທະຫານ ໂຮງໝໍກອງພົນທີ 2 ແລະ ພັຕ ບຸນຊືນ ພອນປະເສີດ ເປັນ ຮອງຫົວໜ້າການທະຫານ.

ມີບັນດາຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານແພດໝໍ ພາຍໃນໂຮງໝໍດັ່ງກ່າວ ເຂົ້າຮ່ວມ
ມີບັນດາຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານແພດໝໍ ພາຍໃນໂຮງໝໍດັ່ງກ່າວ ເຂົ້າຮ່ວມ