ພິທີມອບ-ຮັບລາງວັນກິດຈະກຳຖາມ-ຕອບກ່ຽວກັບຄວາມທຸກຍາກ ຄັ້ງທີ II ພາຍໃຕ້ຫົວຂໍ້: “ຄົນທຸກຍາກຄວນເຮັດຫຍັງ ເຮັດດ້ວຍວິທີໃດຈຶ່ງຈະມີຊີວິດການເປັນຢູ່ທີ່ດີຂຶ້ນ” ຈັດຂຶ້ນໃນວັນທີ 19 ມິຖຸນາ 2019 ທີ່ມະຫະວິທະຍາໄລ ແຫ່ງຊາດ, ໂດຍ ມີທ່ານ ຮສ.ປອ ນາງ ສົມຈັນ ບຸນພັນ ມີຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຄິມ ໂຮ ກ໋ອງ ປະທານທີ່ປຶກສາບໍລິສັດການບັນຊີມະຫາຊົນ ສ.ເກົາຫຼີ, ຕາງໜ້າສະຖານທູດ ສ.ເກົາຫຼີ ປະຈຳ ສປປລາວ, ບັນດາຮອງອະທິການບໍດີ, ອະດີດອະທິການບໍດີ, ຫົວໜ້າ-ຮອງຫ້ອງການ, ພະນັກງານຄູ-ອາຈານ, ຫົວໜ້າພາກວິຊາ, ນັກສຶກສາ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ກິດຈະ ກຳຖາມ-ຕອບກ່ຽວກັບຄວາມທຸກຍາກ ຄັ້ງທີ II

ກິດຈະກຳດັ່ງກ່າວ, ເປັນກິດຈະກຳທາງວິຊາການອັນໜຶ່ງ ທີ່ມີຄວາມສຳຄັນຫຼາຍເພາະວ່າວຽກງານການແກ້ໄຂຄວາມທຸກຍາກ ແມ່ນໜຶ່ງໃນແຜນງານທີ່ສຳຄັນຂອງປະຊາຄົມ ໂລກ ທີ່ໄດ້ພະຍາຍາມແກ້ໄຂ ແລະ ຄົ້ນຄວ້າຫາມາດຕະການຕ່າງໆ ເພື່ອຫຼຸດຜ່ອນບັນຫາຄວາມທຸກຍາກທັງໃນໄລຍະສັ້ນ ແລະ ໄລຍະຍາວເວົ້າລວມ, ເວົ້າສະເພາະກໍຄືລັດຖະບານ ສປປ ລາວ ພວມສຸມໃສ່ວຽກງານການລຶບ ລ້າງຄວາມທຸກຍາກ, ການບຸກທະລຸ ຈິນຕະນາການ ຫຼື ວຽກງານແນວຄິດ ຈາກຈິນຕະນາການເກົ່າ ໄປສູ່ຈິນຕະນາການໃໝ່ ທີ່ພັກ-ລັດ ກໍງລັງສຸມໃສ່ຈັດຕັ້ງປະຕິບັດໄປພ້ອມໆກັບເປົ້າ ໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ. ດັ່ງນັ້ນ, ມະຫາວິທະຍາໄລແຫ່ງຊາດ ຈຶ່ງໄດ້ຈັດ ຈະກໍາຖາມ-ຕອບຄຳຖາມກ່ຽວ ກັບຄວາມທຸກຍາກ ຄັ້ງທີ II ໃນຫົວຂໍ້: “ຄົນທຸກຍາກຄວນເຮັດຫຍັງ, ເຮັດ ວິທີໃດຈຶ່ງຈະມີຊີວິດການເປັນ ຢູ່ທີ່ດີຂຶ້ນ”, ພາຍໃຕ້ບົດບັນທຶກຄວາມເຂົ້າໃຈຂອງໂຄງການຮ່ວມມືກ່ຽວ ກັບການເສີມສ້າງຄວາມສາມາດດ້ານ ການພັດທະນາຊຸມຊົນ-ຊົນນະບົດຕາມທິດສາມສ້າງ ແລະ ແຊມາອືນອຸນດົງ ລະຫວ່າງຄະນະວິທະຍາສາດສັງຄົມ, ຄະນະສະຖາປັດຕະຍະກໍາສາດ, ຄະນະອັກສອນສາດ ມະຫາວິ ທະຍາໄລ ແຫ່ງຊາດ ສປປ ລາວ ແລະ ບໍລິສັດທີ່ປຶກສາການບັນຊີມະຫາຊົນ ສ ເກົາຫຼີ, ທັງນີ້, ກໍເພື່ອເປັນຂໍ້ມູນພື້ນຖານໃຫ້ນັກສຶກສາ ໃນການສຶກສາຄົ້ນຄວ້າ-ວິໄຈ ກ່ຽວກັບຄວາມເຂົ້າໃຈ ແລະ ການຊອກຫາວິທີການໃນການແກ້ໄຂຄວາມທຸກຍາກ, ເຊິ່ງກິດຈະ ກຳດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີີ 18 ຕຸລາ 2018-19 ມິຖຸນາ 2019, ມີຜູ້ເຂົ້າຮ່ວມຕອບຄໍາຖາມຈາກ 13 ຄະນະລວມທັງ ໝົດແມ່ນ 6.413 ຄົນ.

ມອບ-ຮັບລາງວັນກິດຈະກຳຖາມ-ຕອບກ່ຽວກັບຄວາມທຸກຍາກ ຄັ້ງທີ II

ຜ່ານການຄັດເລືອກຄຳຕອບ ໂດຍອີງໃສ່ຄຳອະທິບາຍຂອງຜູ້ໃຫ້ ທຶນທີ່ວ່າ: ເພື່ອຫຼຸດພົ້ນຈາກຄວາມ ທຸກຍາກນັ້ນມີ 2 ແບບ ຄື: ວິທີຫຼຸດພົ້ນຄວາມທຸກຍາກ ໂດຍການລິເລີ່ມ
ກິດຈະກຳ ຫຼື ໂຄງການໃດໜຶ່ງໂດຍເລີ່ມຈາກຕົວເອງ ແລະ ການລິເລີ່ມທີ່ ເພິ່ງພາຈາກພາຍນອກ ເຊັ່ນ: ລັດຖະບານ, ອົງການຈັດຕັ້ງສາກົນ, ເອກະຊົນ ແລະອື່ນໆ. ສາມາດຈັດແບ່ງຜູ້ທີ່ ໄດ້ຮັບລາງວັນອອກເປັນ 2 ປະເພດ ຄື: ປະເພດ 1 ມີ 119 ຄົນ ແລະ ປະເພດທີ 2 ມີ 307 ຄົນ. ພ້ອມດຽວກັນນັ້ນ, ໃນພິທີຍັງໄດ້ມີການມອບລາງວັນໃຫ້ຜູ້ທີ່ສົ່ງຄຳຕອບ ແລະ ຄຳອະທິບາຍມາເຂົ້າຮ່ວມກິດຈະກຳ ແລະ ໄດ້ຮັບລາງວັນປະເພດທີ 1 ເປັນເງິນລາງວັນ ຈຳນວນ 500.000 ກີບ ແລະ ປະເພດທີ 2 ໄດ້ຮັບເງິນລາງວັນ ຈໍານວນ 100.000 ກີບ, ມອບໂດຍທ່ານ ຄິມໂຮ ກ໋ອງ ປະທານທີ່ປຶກສາບໍລິສັດການບັນຊີມະຫາ ຊົນ ສ.ເກົາຫຼີ.