ແຂວງໄຊຍະບູລີ ເປີດຊຸດຮຽນ ທິດສະດີການເມືອງ – ການປົກຄອງ ຊັ້ນຕົ້ນ ຮຸ່ນ I

0
1851

ເມື່ອບໍ່ດົນມານີ້, ພະແນກສຶກສາ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ຊັ້ນຕົ້ນ ຮຸ່ນທີ I, ເຊິ່ງເປັນປະທານໂດຍ ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໆໄຊຍະບູລີ, ມີ ຮອງຫົວໜ້າພະແນກການ ອ້ອມຂ້າງແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊຍະບູລີ ອຳນວຍການໂຮງຮຽນການເມືອງການປົກຄອງແຂວງ, ອຳນວຍການໂຮງຮຽນອ້ອມຂ້າງ, ຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງ-ການປົກຄອງ ຊັ້ນຕົ້ນ ຊຸດທີ I ເຂົ້າຮ່ວມ.

ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາ ແລະ ກິລາ ແຂວງໄຊຍະບູລີ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານໂຄງການເປີດຮຽນ ທິດສະດີການເມືອງ ແລະ ການປົກຄອງ ຊັ້ນຕົ້ນ ຮຸ່ນທີ I ໂດຍມີຈຸດປະສົງຄື:

ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາ ແລະ ກິລາ ແຂວງໄຊຍະບູລີ
ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາ ແລະ ກິລາ ແຂວງໄຊຍະບູລີ

ເພື່ອເປັນການສ້າງພະນັກງານນຳພາ-ຄຸ້ມຄອງ ຮຸ່ນສືບທອດປ່ຽນແທນແຕ່ລະຂັ້ນ ຢູ່ອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ, ພາຍໃນຂົງເຂດການສຶກສາ, ແນໃສ່ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ແລະ ການປົກຄອງ, ປະກອບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ວຽກງານຄຸ້ມຄອງບໍລິຫານການສຶກສາ ແລະ ກິລາ ໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ກິລາຢູ່ຂັ້ນແຂວງ, ຢູ່ໂຮງຮຽນອ້ອມຂ້າງແຂວງ ໃຫ້ມີແນວຄິດຫຼັກໝັ້ນຊົນຊັ້ນກຳມະກອນ ແລະ ການນຳພາຂອງພັກ, ອຸດົມການປ່ຽນແປງໃໝ່ ຢ່າງມີຫຼັກການຂອງພັກ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກວຽກງານ ແລະ ເຮັດໃຫ້ໜ້າທີ່ວຽກງານ ນັບມື້ນັບມີຄຸນນະພາບສູງຂຶ້ນ.

ພິທີເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ຊັ້ນຕົ້ນ ຮຸ່ນທີ I
ພິທີເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ຊັ້ນຕົ້ນ ຮຸ່ນທີ I

ໃນໂອກາດນີ້, ທ່ານ ເພັງນິລັນ ຄຳພັນເພັງ ຍັງໄດ້ເນັ້ນໜັກໃຫ້ທຸກຄົນ ຈົ່ງກຳແໜ້ນລັກສະນະວິທະຍາສາດ, ບັນດາຫຼັກມູນຂອງ ລັດທິມາກ-ເລນິນ ເພື່ອຄົ້ນຄວ້າ ແລະ ເຄື່ອນໄຫວໃນພຶດຕິກໍາຕົງຈິງ, ກຳແໜ້ນບັນດາຫຼັກມູນທິດສະດີກ່ຽວກັບ ການບໍລິການ, ການປົກຄອງ ແລະ ຄຸ້ມຄອງທັັນສະໄໝ, ຕ້ອງກຳແໜ້ນທິດນຳ ແລະ ວິທີການຮຽນ, ເຮັດໃຫ້ຂະບວນວິວັດດ້ານການຮຽນໄດ້ຮັບຜົນສຳເລັດ, ມີຫົວຄິດປະດິດສ້າງ, ຖືເອົາການຮຽນເປັນໜ້າທີ່ຕົ້ນຕໍຂອງຕົນ, ຄວາມຢາກຮູ້, ຢາກໄດ້ແມ່ນເກີດຈາກຕົນເອງ ພ້ອມທັງສົມທົບແໜ້ນລະຫວ່າງຕົນເອງ, ກັບຄູ-ອາຈານ ແລະ ເພື່ອນສະຫາຍ; ເຊິ່ງໃນນັ້ນ, ນັກສຶກສາແຕ່ລະສະຫາຍ ຕ້ອງເຄົາລົບກົດລະບຽບຂອງຊຸດຮຽນ ແລະ ຂໍ້ກຳນົດກົດໝາຍຂອງລັດ ໃຫ້ເຂັ້ມງວດດ້ວຍ ເພື່ອເຮັດໃຫ້ຊຸດຮຽນຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.