ກອງບັນຊາການ ປກສ ເມືອງນາກາຍ ແຂວງຄຳມ່ວນ ສປປ ລາວ ແລະ ກອງບັນຊາການຕຳຫຼວດ ເມືອງ ເຮືອງເຄ ແຂວງຮ່າຕິ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ດ້ານວຽກງານປ້ອງກັນຄວາມສະຫງົບ ຢູ່ລຽບຕາມຊາຍແດນ ໃນວັນທີ 13 ມິຖຸນາ 2019 ຢູ່ທີ່ເທດສະບານເມືອງເຮືອງເຄ ແຂວງຮ່າຕິ່ງ ສສ ຫວຽດນາມ, ຝ່າຍລາວນຳໂດຍ ພັທ ມອນໃສ ໄຊຍະສິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາກາຍ ພ້ອມຄະນະ ແລະ ຝ່າຍຫວຽດນາມນໍາໂດຍ ພັທ ຟານຊວັນກົງ ຫົວໜ້າກອງບັນຊາການຕຳຫຼວດ ເມືອງເຮືອງເຄ ແຂວງຮ່າຕິ່ງ ສສ ຫວຽດນາມ ພ້ອມຄະນະ ແລະ ມີບັນດາຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ຝ່າຍລາວນຳໂດຍ ພັທ ມອນໃສ ໄຊຍະສິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາກາຍ ພ້ອມຄະນະ ແລະ ຝ່າຍຫວຽດນາມນໍາໂດຍ ພັທ ຟານຊວັນກົງ ຫົວໜ້າກອງບັນຊາການຕຳຫຼວດ ເມືອງເຮືອງເຄ ແຂວງຮ່າຕິ່ງ ສສ ຫວຽດນາມ ພ້ອມຄະນະ
ຝ່າຍລາວນຳໂດຍ ພັທ ມອນໃສ ໄຊຍະສິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາກາຍ ພ້ອມຄະນະ ແລະ ຝ່າຍຫວຽດນາມນໍາໂດຍ ພັທ ຟານຊວັນກົງ ຫົວໜ້າກອງບັນຊາການຕຳຫຼວດ ເມືອງເຮືອງເຄ ແຂວງຮ່າຕິ່ງ ສສ ຫວຽດນາມ ພ້ອມຄະນະ

ໃນກອງປະຊຸມຄັ້ງນີ້, ທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນລາຍງານ ສະພາບການຕ່າງໆ ເຊັ່ນ:

ໃນໄລຍະຜ່ານມາ, ການເຮັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ໃຫ້ຕ່າງຝ່າຍຮັບຮູ້ ໂດຍສະເພາະແມ່ນ ການແຈ້ງສະພາບການທາງດ້ານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຕ່ລະເມືອງ, ປຶກສາຫາລືເປັນເອກະພາບກັນ, ສັງເກດຕີລາຄາຜົນການຮ່ວມມື ໃນໄລຍະຜ່ານມາ ແລະ ເອກະພາບບັນດາແຜນການທີ່ຈະສືບຕໍ່ເພີ່ມທະວີປະສານສົມທົບ, ຊ່ວຍເຫຼືອເຊິ່ງກັນແລະກັນ, ປະກອບສ່ວນຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບໃຊ້ພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົົມຂອງສອງແຂວງ ກໍຄື ແຂວງຄຳມ່ວນ ແລະ ແຂວງຮ່າຕິ່ງ ໂດຍສະເພາະ ກໍແມ່ນເມືອງນາກາຍ ແລະ ເມືອງເຮືອງເຄ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ດ້ານວຽກງານປ້ອງກັນຄວາມສະຫງົບ ຢູ່ລຽບຕາມຊາຍແດນ
ກອງປະຊຸມພົບປະແລກປ່ຽນບົດຮຽນ ດ້ານວຽກງານປ້ອງກັນຄວາມສະຫງົບ ຢູ່ລຽບຕາມຊາຍແດນ

ເພື່ອພ້ອມກັນປະຕິບັດຕາມເປົ້າໝາຍທີ່ວາງໄວ້, ທັງສອງຝ່າຍ ໄດ້ເປັນເອກະພາບກັນສືບຕໍ່ເພີ່ມທະວີປະສານສົມທົບ, ປະຕິບັດບັນດາໜ້າທີ່ວຽກງານ, ເປັນຕົ້ນແມ່ນ ເອົາໃຈໃສ່ສືບຕໍ່ໂຄສະນາ, ສຶກສາອົບຮົມປະຊາຊົນທີ່ດຳລົງຊີວິດຢູ່ຕາມຊາຍແດນ ໃຫ້ເຂົາເຈົ້າຍົກສູງສະຕິ, ຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ປະຕິບັດຖືກຕ້ອງຕາມສັນຍາ ວ່າດ້ວຍ ລະບຽບການຊາຍແດນ ລະຫວ່າງ 2 ປະເທດ ຢ່າງເຂັ້ມງວດ, ສືບຕໍ່ປະສານສົມທົບເປັນຢ່າງດີ ໃນຂົງເຂດວຽກງານກວດຄົນເຂົ້າ-ອອກເມືອງ, ສະກັດກັ້ນການເຄື່ອນໄຫວລັກລອບຜ່ານຊາຍແດນຂອງພວກຄົນບໍ່ດີ, ພວກກໍ່ການຮ້າຍ, ບໍ່ໃຫ້ພວກກຸ່ມຄົນດັ່ງກ່າວສວຍໃຊ້ພື້ນທີ່ຂອງຝ່າຍໃດຝ່າຍໜຶ່ງ ເພື່ອເຄື່ອນໄຫວທຳລາຍຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງອີກຝ່າຍໜຶ່ງ.

ກອງບັນຊາການ ປກສ ເມືອງນາກາຍ ໄດ້ຮັບການຕ້ອນຮັບຈາກ ກອງບັນຊາການຕຳຫຼວດ ເມືອງ ເຮືອງເຄ
ກອງບັນຊາການ ປກສ ເມືອງນາກາຍ ໄດ້ຮັບການຕ້ອນຮັບຈາກ ກອງບັນຊາການຕຳຫຼວດ ເມືອງ ເຮືອງເຄ

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບຕໍ່ບົດບັນທຶກພົບປະເເລກປ່ຽນໃນຄັ້ງນີ້ ແລະ ໄດ້ພ້ອມກັນລົງນາມເຊັນສັນຍາຮ່ວມມືກັນ ເພື່ອສືບຕໍ່ວຽກງານໃນຊຸມປີຕໍ່ໜ້າ ກ່ຽວກັບ ວຽກງານປ້ອງກັນຄວາມສະຫງົບ ຢູ່ລຽບຕາມຂອບເຂດຊາຍແດນ, ເຊິ່ງກອງປະຊຸມຄັ້ງຕໍ່ໄປນັ້ນ ແມ່ນຈະໄດ້ຈັດຂຶ້ນທີ່ ກອງບັນຊາການ ປກສ ເມືອງນາກາຍ ແຂວງຄຳມ່ວນ ສປປ ລາວ.

ລາວ-ຫວຽດນາມ
ລາວ-ຫວຽດນາມ