ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈໍາໄຕມາດ II ຈັດຂຶ້ນໃນວັນທີ 14 ມິຖຸນາ 2019 ຢູ່ທີ່ໂຮງແຮມຊຽງຂວາງ ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ພົຕ ສົມຫວັງ ທໍາມະສິດ ຄະນະພັກປະຈໍາ ກະຊວງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຫົວໜ້າ, ຮອງຫົວໜ້າກົມໃຫຍ່ການເມືອງ, ກົມໃຫຍ່ສັນຕິບານ, ກົມໃຫຍ່ຕໍາຫຼວດ, ກົມໃຫຍ່ພະລາທິການ, ຫ້ອງວ່າການກະຊວງ ແລະ ບັນດາຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ຫົວພັນ, ຫຼວງພະບາງ, ໄຊຍະບູລີ ພ້ອມດ້ວຍບັນດາກົມວິຊາສະເພາະ ກະຊວງ ປກສ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງເຄື່ອນໄຫວ ວຽກງານພັກ-ວຽກງານການເມືອງ ປະຈໍາໄຕມາດ II ຂອງ ກອງບັນຊາການ ປກສ ແຂວຊຽງຂວາງ, ຫົວພັນ, ຫຼວງພະບາງ ແລະ ແຂວງໄຊຍະບູລີ ວ່າ:

ໃນໄລຍະຜ່ານມາ, ຄະນະພັກ-ຄະນະນໍາ ກອງບັນຊາການ ປກສ ແຂວງ ກໍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ພະນັກງານ-ສະມາຊິກພັກ ທີ່ຢູ່ໃນຄວາມຮັບຜິດຊອບ ຢ່າງເປັນປົກກະຕິ, ເອົາໃຈໃສ່ເຊີດຊູບົດບາດການນໍາພາຂອງພັກ ດ້ວຍຄວາມຮັບຜິດຊອບສູງ, ຖືສໍາຄັນການປະຕິບັດຫຼັກການຂອງພັກ ແລະ ປັບປຸງແບບແຜນວິທີເຮັດວຽກ ຢ່າງເຂັ້ມງວດ, ເອົາໃຈໃສ່ເຜີຍແຜ່ເຊື່ອມຊຶມບັນດານິຕິກໍາ ແລະ ເອກະສານສໍາຄັນຕ່າງໆ ຢ່າງຕໍ່ເນື່ອງ, ເອົາໃຈໃສ່ໃກ້ສິດຕິດແທດຊີ້ນໍາວຽກງານຫ້ອງວິຊາສະເພາະ, ເຮັດໃຫ້ພະນັກງານທຸກສະຫາຍປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຊື່ສັດ, ວ່ອງໄວ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ກໍາລັງ ປກສ ແຕ່ລະແຂວງ ມີຄວາມໜັກແໜ້ນທາງດ້ານການເມືອງ, ມີລະບຽບວິໄນເຂັ້ມງວດ ແລະ ເຮັດໃຫ້ທົ່ວແຂວງມີຄວາມສະຫງົບ ໂດຍພື້ນຖານ.

ໃນນັ້ນ, ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ຍັງມີກຸ່ມຄົນບໍ່ດີ ຍັງສືບຕໍ່ເຄື່ອນໄຫວລະເມີດກົດໝາຍ ເຊັ່ນ: ຂີ້ລັກງັດແງະ, ຄ້າ-ຂາຍຢາເສບຕິດ, ສໍ້ໂກງຊັບ, ຊີງຊັບ, ອາລະວາດຕີກັນ, ລັກຂຸດຄົ້ນແຮ່ຄໍາຊະຊາຍ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ ແລະ ບັນຫາອັກຄີໄພ; ເຊິ່ງບັນຫາດັ່ງກ່າວ ມັນໄດ້ເປັນປະກົດການຫຍໍ້ທໍ້ຢູ່ໃນສັງຄົມ, ມັນໄດ້ສ້າງຜົນເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງລັດ ລວມທັງຂອງປະຊາຊົນ ເປັນຈໍານວນຫຼວງຫຼາຍ.

ນອກຈາກນີ້, ໃນໄລຍະ 3 ເດືອນຜ່ານມາ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ມ້າງລາຍຄະດີຢາເສບຕິດ ໄດ້ຈໍານວນ 3 ເລື່ອງ, ຢຶດຂອງກາງ ປະເພດຢາບ້າ ໄດ້ 28.000 ເມັດ, ຢາໄອ໌ 28 ເປົາ, ລົດຕູ້ 1 ຄັນ, ລົດກະບະ ຣີໂວ້ 1 ຄັນ, ລົດເກງ 1 ຄັນ, ລົດຈັກ 1 ຄັນ ແລະ ຜູ້ກະທໍາຜິດ 4 ຄົນ.

ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມໃນກອງປະຊຸມ ກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມ ຢ່າງກົງໄປກົງມາ ແລະ ມີເນື້ອໃນຄວາມໝາຍຄົບຖ້ວນ, ໜັກແໜ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງເຄື່ອນໄຫວຊີ້ນໍາ-ນໍາພາພະນັກງານ-ສະມາຊິກພັກ ຢູ່ພາຍໃນກົມ, ກໍຄື ຢູ່ພາຍໃນ ກອງບັນຊາການ ປກສ ແຂວງ ເພື່ອພ້ອມກັນເສີມຂະຫຍາຍດ້ານດີ ແລະ ແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ເພື່ອພ້ອມກັນປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ, ວ່ອງໄວ ແລະ ໂປ່ງໃສ ເພື່ອປາສະຈາກຫາງສຽງຂອງສັງຄົມ.