ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ໄດ້ລົງຄະແນນສຽງເຫັນດີ 74 ສຽງ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ, ທີ່ສະເໜີໂດຍ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII, ຄັ້ງວັນທີ 21 ມິຖຸນານີ້, ໂດຍການເປັນປະທານ ຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ.

ທ່ານສົມມາດ ພົລເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງຕໍ່ກອງປະຊຸມວ່າ: ເນື້ອໃນຮ່າງກົດໝາຍ ວ່າດ້ວຍທີ່ດິນສະບັບຜ່ານການທາບທາມໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ປະກອບມີ 15 ພາກ, 29 ໝວດ ແລະ 160 ມາດຕາ. ແຕ່ການປັບປຸງຄືນຄັ້ງນີ້ ປະກອບມີ 15 ພາກ, 29 ໝວດ ແລະ 190 ມາດຕາ, ຖ້າທຽບໃສ່ສະບັບທາບທາມຄັ້ງກ່ອນ ໄດ້ເພີ່ມເຂົ້າໃໝ່ 36 ມາດຕາ, ປັບປຸງເນື້ອໃນຄືນໃໝ່ 47 ມາດຕາ ແລະ ຕັດອອກ 5 ມາດຕາ.

ກົດໝາຍວ່າດ້ວຍ ທີ່ດິນສະບັບປັບປຸງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມ ຄອງ ແລະ ຕິດຕາມກວດກາວຽກງານທີ່ດິນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິຜົນ ແນໃສ່ຮັບປະກັນການປົກປັກຮັກສາ, ພັດທະນາ ແລະ ການນຳໃຊ້ທີ່ດິນຖືກຕ້ອງຕາມເປົ້າໝາຍ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດຍືນຍົງ ແລະ ເຮັດໃຫ້ທີ່ດິນມີມູນຄ່າເພີ່ມຂຶ້ນ ລວມທັງການປົກປັກຮັກສາສິ່ງແວດລ້ອມ, ເຂດນ້ຳແດນດິນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຈາກນັ້ນ, ທ່ານປະທານກອງປະຊຸມ ກໍໄດ້ສະເໜີໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າໃນແຕ່ລະທ້ອງຖິ່ນຄົ້ນຄວ້າ, ປະກອບຄຳເຫັນໃຫ້ລະອຽດ ແລະ ເລິກເຊິ່ງ; ໃນນີ້: ບັນ ດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ມາດຕາ 30 ການຄຸ້ມຄອງການນຳໃຊ້ທີ່ດິນແຕ່ລະປະເພດຕາມຂະແໜງ; ມາດຕາ 37 ການກຳນົດເນື້ອທີ່ການນຳໃຊ້ທີ່ດິນກະສິກຳ; ມາດຕາ 77 ການ ກຳນົດຂອບເຂດສິດນຳໃຊ້ທີ່ດິນປຸກສ້າງ; ມາດຕາ 124 ການຈັດສັນທີ່ດິນປຸກສ້າງເພື່ອການພັດທະນາ; ມາດຕາ 125 ອົງການທີ່ມີສິດຕົກລົງຂາຍນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ.

ໂດຍສ່ວນຫຼາຍແລ້ວ, ບັນດາສະມາຊິກສະພາແຫ່ງຊາດແມ່ນມີຄວາມເຫັນດີຕໍ່ການກຳນົດເນື້ອໃນຕ່າງໆ, ລວມທັງການໃຊ້ຄຳສັບ, ການກຳນົດມາດຕະການຕ່າງໆໃນຮ່າງກົດໝາຍສະບັບນີ້; ຈາກນັ້ນ, ສະມາຊິກສະພາຈຶ່ງໄດ້ລົງຄະແນນ ສຽງຮັບຮອງເອົາຮ່າງກົດ ໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ດ້ວຍຄະແນນສຽງເຫັນດີ 74 ສຽງ, ບໍ່ເຫັນດີ 41 ສຽງ, ໃນຈຳນວນ ສສຊ ທີ່ເຂົ້າຮ່ວມ 115 ທ່ານ.