ຄະນະພັກ ປ້ອງກັນສູນກາງ ນຳພາ ແຕ່ລະພະແນກ ປະຕິບັດວຽກງານ ສຳເລັດຫຼາຍດ້ານ

0
1505

ຄະນະພັກ ກອງບັນຊາການ ປ້ອງກັນສູນກາງ ກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນໍາ – ນໍາພາ ພະນັກງານ – ນັກຮົບ ແຕ່ລະພະແນກການ ປະຕິບັດວຽກງານວິຊາສະເພາະ ມີຜົນສໍາເລັດຫຼາຍດ້ານ; ເປັນຕົ້ນແມ່ນ ໄດ້ຊີ້ນໍາ – ນໍາພາ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ເກັບກໍາສະພາບດ້ານຕ່າງໆຂອງ ກຸ່ມຄົນບໍ່ດີ ແລະ ໄດ້ຈັດວາງກໍາລັງພົນ ເຂົ້າໃສ່ແຕ່ລະເປົ້າໝາຍ ເພື່ອປ້ອງກັນທັນເວລາ ທັງຮັບປະກັນຄວາມສະຫງົບປອດໄພ ຮອບດ້ານ.

ພັອ ຄໍາເຄື່ອງ ບຸນວິໄລ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປ້ອງກັນສູນກາງ
ພັອ ຄໍາເຄື່ອງ ບຸນວິໄລ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປ້ອງກັນສູນກາງ

ໃນກອງປະຊຸມສະຫຼຸບວຽກງານ ປະຈໍາໄຕມາດ II ແລະ ວາງທິດທາງແຜນການ ປະຈໍາໄຕມາດ III ປີ 2019 ຂອງ ອົງຄະນະພັກ ປ້ອງກັນສູນກາງ ໃນວັນທີ 11 ກໍລະກົດ ຜ່ານມາ, ເປັນປະທານໂດຍ ພັອ ຄໍາເຄື່ອງ ບຸນວິໄລ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປ້ອງກັນສູນກາງ, ມີ ຄະນະພັກ – ຄະນະກອງບັນຊາການ, ມີ ຫົວໜ້າຫ້ອງ – ຮອງຫ້ອງ, ພະແນກ, ໂຮງຮຽນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ; ພັອ ສົມພົງ ຂໍາວິລຸນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປ້ອງກັນສູນກາງ ກໍໄດ້ກ່າວວ່າ:

+ ໃນໄລຍະໄຕມາດ II

ຄະນະພັກ ກອງບັນຊາການ ໄດ້ເອົາໃຈໃສ່ຊີ້ນໍາ – ນໍາພາສະມາຊິກພັກ, ພະນັກງານ – ນັກຮົບ ແຕ່ລະພະແນກການ ໃຫ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະ ແລະ ຮັບປະກັນຜົນສໍາເລັດ; ໃນນີ້, ໄດ້ຊີ້ນໍາ – ນໍາພາຈັດຕັ້ງປະຈໍາການ ເພື່ອກຽມພ້ອມສູ້ຮົບ ຢູ່ບັນດາເປົ້າໝາຍປ້ອງກັນຕ່າງໆ ໃນຂອບເຂດຕົນຮັບຜິດຊອບ ຕະຫຼອດ 24 ຊົ່ວໂມງ, ເອົາໃຈໃສ່ປະສານງານກັບ ພາກສ່ວນໃນບັ້ນປ້ອງກັນ ແຕ່ລະຄັ້ງ ເປັນຢ່າງດີ ແລະ ມີຄວາມສະຫງົບປອດໄພ ໂດຍພື້ນຖານ.

+ ສຳລັບ ທິດທາງແຜນການ ປະຈໍາໄຕມາດ III

ຄະນະພັກ – ຄະນະບັນຊາແຕ່ລະຂັ້ນ ຈະສືບຕໍ່ຊີ້ນໍາ – ນໍາພາ ສະມາຊິກພັກ, ພະນັກງານ – ນັກຮົບ ເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະ ປ້ອງກັນການນໍາພັກ – ລັດ, ແຂກຂັ້ນສູງ, ສໍານັກງານ – ອົງການ, ກອງປະຊຸມ ລະດັບຊາດ – ລະດັບສາກົນ ແລະ ງານບຸນສໍາຄັນຕ່າງໆຂອງພັກ – ຊາດ ໃຫ້ມີຄວາມສະຫງົບປອດໄພ 100%.

ນອກນັ້ນ, ໃນພິທີ ຍັງໄດ້ຜ່ານມະຕິຕົກລົງຂອງ ຄະນະພັກ ກະຊວງ ປກສ ເລກທີ 45/ຄພປກສ ລົງວັນທີ 26 ກຸມພາ 2019 ວ່າດ້ວຍ ການຮັບຮອງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018; ໃນນີ້, ເລຂະຄະນະພັກ ກະຊວງ ປກສ ຕົກລົງຮັບຮອງເອົາ ໜ່ວຍພັກທີ່ຂຶ້ນກັບ ຄະນະພັກ ກອງບັນຊາການ ປ້ອງກັນສູນກາງ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018 ຄື:

ການຮັບຮອງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018
ການຮັບຮອງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018
  • ໜ່ວຍພັກຮາກຖານ ຫ້ອງການເມືອງ
  • ໜ່ວຍພັກຮາກຖານ ຫ້ອງເສນາທິການ
  • ໜ່ວຍພັກຮາກຖານ ກອງຮ້ອຍ 1
  • ໜ່ວຍພັກຮາກຖານ ກອງຮ້ອຍ 5
  • ໜ່ວຍພັກຮາກຖານ ກອງຮ້ອຍ 8
  • ໜ່ວຍພັກຮາກຖານ ກອງຮ້ອຍ 10
  • ໜ່ວຍພັກຮາກຖານ ໂຮງຮຽນປ້ອງກັນສູນກາງ
  • ໜ່ວຍພັກອຸປະໂພກ – ບໍລິໂພກ – ການເງິນ
  • ໜ່ວຍພັກເຕັກນິກ – ຍຸດໂທ

ຈາກນັ້ນ, ກໍໄດ້ມີການມອບໃບຢັ້ງຢຶ້ນ ໃຫ້ແກ່ ແຕ່ລະໜ່ວຍພັກ ເຊິ່ງມອບໂດຍ ພັອ ຄໍາເຄື່ອງ ບຸນວິໄລ.