ສະຫະພັນແມ່ຍິງ ເມືອງໄຊ ທານີ ນະຄອນຫຼວງວຽງຈັນ ໄດ້ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ ( 20 ກໍລະ ກົດ 1955-20 ກໍລະກົດ 2019 ) ໃນວັນທີ 10 ກໍລະກົດ 2019 ເພື່ອເຮັດໃຫ້ພະນັກງານ-ສະມາຊິກແມ່ຍິງພາຍໃນເມືອງຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍ-ຄວາມສໍາຄັນຂອງວັນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ໜູກີ ສີຫາລາດ ຮອງເຈົ້າເມືອງໆໄຊທານີ ແລະ ທ່ານ ນາງ ໂຄຕະມິນ ພົງຍາຮັກ ຮອງປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ.

ກອງປະຊຸມແມ່ຍິງເມືອງໄຊທານີ ຫວນຄືນມູນເຊຶ້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ

ໃນພິທີ, ທ່ານ ນາງ ປານຂຸນ ມີໄຊ ປະທານສະຫະພັນແມ່ຍິງ ເມືອງໄຊທານີ ໄດ້ຍົກໃຫ້ເຫັນມູນເຊື້ອອັນສະຫງ່າລາສີ ຂອງແມ່ຍິງ ທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ, ຄຽງບ່າຄຽງໄຫຼ່ກັບເພດຊາຍ ໃນການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດອະທິປະໄຕ ແລະ ປະກອບສ່ວນສ້າງໜ້າປະຫວັດສາດ ອັນສະຫວ່າງສະໄຫວຂອງຊາດລາວ. ນັບແຕ່ທີ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ວາງແນວທາງໃນການປົດ ປ່ອຍແມ່ຍິງ, ພັກຖືວ່າແມ່ຍິງກວມ ຈຳນວນເຄິ່ງໜຶ່ງຂອງພົນລະເມືອງໃນທົ່ວປະເທດ, ເປັນກຳລັງແຮງອັນໃຫຍ່ຫຼວງ ໃນທຸກຂົງເຂດວຽກງານ, ເປັນກຳລັງແຮງພິເສດທີ່ຜະລິດສໍ່າກຳລັງແຮງງານ ( ໝາຍຄວາມວ່າ, ແມ່ຍິງມີບົດບາດໃຫ້ກຳເນີດຄົນຮຸ່ນໃໝ່), ແມ່ຍິງມີຖານະທີ່ຕັ້ງອັນສຳຄັນຍິ່ງໃນຄອບຄົວ, ມີສ່ວນປະກອບຕັດສິນຕໍ່ພາລະ ກິດຂອງລູກ, ຜົວ.

ການຈັດຕັ້ງສະຫະພັນແມ່ຍິງລາວ ມີຈຸດເລີ່ມຕົ້ນພ້ອມກັບບັນດາອົງການຈັດຕັ້ງຮາກຖານ ຂອງການປະຕິວັດ ໂດຍໄດ້ຈັດຕັ້ງໜ່ວຍແມ່ນັກຮົບ; ເອື້ອຍນັກຮົບ. ການຈັດຕັ້ງໜ່ວຍແມ່ຍິງນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນາລີຢູ່ຕາມຕົວ ເມືອງ ໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ.


ກອງປະຊຸມແມ່ຍິງເມືອງໄຊທານີ ຫວນຄືນມູນເຊຶ້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ

ມາຮອດວັນທີ 20 ກໍລະກົດ 1955, ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນ ເຊຶ່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃນປັດຈຸບັນ ແລະ ໄດ້ແຕ່ງຕັ້ງຄະນະປະກອບ ມີ: ທ່ານ ປ້າ ຄຳຫຼ້າ ວົງສັກ ເປັນ ຫົວໜ້າ, ທ່ານ ປ້າ ຄຳສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ປ້າຄຳແພງ ບຸບຜາ ເປັນກຳມະການ ເພື່ອນຳພາຂະບວນການແມ່ຍິງທົ່ວປະເທດ ເຊຶ່ງເຄື່ອນໄຫວຕາມພາລະບົດບາດທີ່ໄດ້ກໍານົດໄວ້ໃນລະບຽບຂອງຕົນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມແຕ່ລະໄລຍະ.


ກອງປະຊຸມແມ່ຍິງເມືອງໄຊທານີ ຫວນຄືນມູນເຊຶ້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ

ຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດ ແມ່ຍິງລາວບັນດາເຜົ່າກໍຄືສະຫະພັນແມ່ຍິງລາວ ໄດ້ປະກອບສ່ວນໃນການຂົນຂວາຍຂະບວນການແມ່ຍິງທົ່ວປະເທດ, ເຮັດໜ້າທີ່ໃນການລ້ຽງດູ, ເບິ່ງແຍງ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດທີ່ຢູ່ແນວໜ້າ ແລະ ເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ; ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະເທດຊາດ, ເຂົ້າຮ່ວມເປັນກຳລັງແຮງສຳຄັນ ໃນທຸກຂົງເຂດວຽກງານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ -ສັງຄົມ ແລະ ປະຕິບັດວຽກງານອື່ນດ້ວຍຄວາມຮັບຜິດຊອບສູງ ພ້ອມທັງຄຽງບ່າຄຽງໄຫຼ່ກັບເພດຊາຍໃນການຕໍ່ສູ້ກັບສັດຕູ ຕີເອົາຊະນະຈັກກະພັດຜູ້ຮຸກຮານນັບ ເປັນເວລາຫຼາຍສິບປີ ມີແມ່ຍິງໄດ້ເປັນວິລະຊົນແຫ່ງຊາດ ຈຳນວນ 22 ທ່ານ ແລະ ເປັນນັກຮົບແຂ່ງຂັນທົ່ວປະເທດ ຈຳນວນ 24 ທ່ານ ການອຸທິດອັນໃຫຍ່ຫຼວງຂອງແມ່ຍິງບັນດາເຜົ່າ ໄດ້ເຮັດໃຫ້ກຳລັງປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເປັນການປະກອບສ່ວນເຂົ້າ ໃນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.