ກອງພັນ 206 ເຜີຍແຜ່ ຂໍ້ຕົກລົງ – ຂໍ້ຫ້າມ ວ່າດ້ວຍ ສັງຄົມອອນລາຍ

0
2296

ກອງພັນ 206 ທີ່ຂຶ້ນກັບ ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ສະບັບເລກທີ 564/ປກສ ລົງວັນທີ 3 ເມສາ 2019 ແລະ ຄຳສັ່ງຂອງ ກະຊວງ ປກສ ສະບັບເລກທີ 583/ປກສ ລົງວັນທີ 3 ເມສາ 2019 ວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ ໃນກຳລັງ ປກສ ເພື່ອໃຫ້ ບັນດາຄະນະພັກ – ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ໄດ້ຮັບຮູ້ ແລ້ວນຳໄປຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ, ໃນວັນທີ 11 ກໍລະກົດ 2019.

ພັທ ທະນະສັກ ພອນພະຈັນ ຫົວໜ້າກອງພັນ 206
ພັທ ທະນະສັກ ພອນພະຈັນ ຫົວໜ້າກອງພັນ 206

ເຜີຍແຜ່ເອກະສານທັງສອງສະບັບໂດຍ ພັທ ທະນະສັກ ພອນພະຈັນ ຫົວໜ້າກອງພັນ 206 ໂດຍໃຫ້ຮູ້ວ່າ:

ຂໍ້ຕົກລົງ ສະບັບເລກທີ 564/ປກສ ປະກອບມີ 6 ໝວດ 21 ມາດຕາ, ສະເພາະ ມາດຕາ 10 ຂໍ້ຫ້າມຂອງ ຄະນະກໍາມະການພິຈາລະນາວິໄນ ລະບຸວ່າ:

  • ຫ້າມຄົ້ນຄວ້າພິຈາລະນາສະເໜີຂັ້ນເທິງ ນຳໃຊ້ມາດຕະການຕໍ່ນາຍ ແລະ ພົນຕຳຫຼວດ ທີ່ລະເມີດຂໍ້ຫ້າມ ໂດຍບໍ່ສອດຄ່ອງກັບແນວທາງ, ນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ແລະ ບໍ່ຖືກກັບຄວາມເປັນຈິງ;
  • ຫ້າມຂໍເອົາ, ທວງເອົາ ຫຼື ຮັບເອົາ ສິນບົນ ໃນການພິຈາລະນາມາດຕະການຕໍ່ ຜູ້ລະເມີດ;
  • ຫ້າມບັງຄັບ ແລະ ນາບຂູ່ ຜູ້ຖືກກ່າວຫາ ໃຫ້ຍອມຮັບຄວາມຜິດທີ່ບໍ່ຖືກກັບຄວາມເປັນຈິງ;
  • ຫ້າມມີອັກຄະຕິຕໍ່ນາຍ ແລະ ພົນຕຳຫຼວດ ຜູ້ທີ່ຖືກກ່າວຫາ;
  • ຫ້າມເປີດເຜີຍຄວາມລັບ ແລະ ຂໍ້ມູນກ່ຽວກັບ ການພິຈາລະນາມາດຕະການຕໍ່ ຜູ້ລະເມີດ.

ສຳລັບ ຄຳສັ່ງຂອງ ກະຊວງ ປກສ ສະບັບເລກທີ 583/ປກສ, ທ່ານຫົວໜ້າກອງພັນ 206 ເຜີຍແຜ່ໃຫ້ຮູ້ວ່າ:

ກະຊວງ ປກສ ອອກຄຳສັ່ງສະບັບນີ້ ມີຈຸດປະສົງເພື່ອຕິດຕາມກວດກາ ການເຄື່ອນໄຫວ, ການນຳໃຊ້ອິນເຕີເນັດ, ສື່ສັງຄົມອອນລາຍ ປະເພດຕ່າງໆ ທີ່ບໍ່ຖືກຕ້ອງ ແລະ ສົ່ງຜົນກະທົບເຖິງ ຄວາມສະຫງົບສຸກຂອງຊາດ; ພ້ອມກັນນັ້ນ, ກໍເປັນການແກ້ໄຂ ປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ຖືກຕ້ອງສອດຄ່ອງກັບ ລະບຽບກົດໝາຍ ທີ່ກຳນົດເອົາໄວ້;.

ນອກຈາກນີ້, ຍັງໄດ້ລະບຸເນື້ອໃນວິທີ ແລະ ມາດຕະການ ວ່າ: ບຸກຄົນ, ນິຕິບຸກຄົນ, ນາຍ ແລະ ພົນຕຳຫຼວດ ທີ່ມີການລະເມີດ ແລະ ບໍ່ປະຕິບັດຄຳສັ່ງສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ ແລະ ໄລ່ອອກຈາກກຳລັງ ຕາມຄວາມຜິດສະຖານໜັກ ຫຼື ເບົາຂອງ ກົດໝາຍ ວ່າດ້ວຍ ກຳລັງ ປກສ ແລະ ກົດໝາຍ ແຫ່ງ ສປປ ລາວ ທີ່ໄດ້ກຳນົດເອົາໄວ້.