ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ ໄດ້ຈັດກອງປະຊຸມ ເຜີຍແຜ່ມະຕິຂໍ້ຕົກລົງ ຂອງຄະນະ ພັກ ກົມໃຫຍ່ການເມືອງ ປກສ ລົງວັນທີ 5 ສິງຫາ 2019 ວ່າດ້ວຍການແບ່ງຄວາມຮັບຜິດຊອບວຽກງານວິຊາສະ ເພາະຂອງຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ ເພື່ອໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຮັບຜິດຊອບແຕ່ລະວຽກງານ ຈົ່ງພ້ອມກັນປຶກສາຫາລືແບ່ງຄວາມຮັບຜິດຊອບກັນລະອຽດ, ຈັດຕັ້ງປະຕິບັດຕາມການມອບໝາຍໃຫ້ມີຜົນສໍາເລັດ, ມີຄວາມຮັບຜິດຊອບສູງຕໍ່ຂໍ້ຂາດຕົກບົກຜ່ອງ ແລະ ປະຕິບັດຕາມມະຕິຕົກລົງສະບັບນີ້ຢ່າງເຂັ້ມງວດ.

ເຜີຍແຜ່ມະຕິຂໍ້ຕົກລົງ ແບ່ງຄວາມຮັບຜິດຊອບວຽກງານວິຊາສະເພາະຂອງຊາວໜຸ່ມກົມໃຫຍ່ການເມືອງ
ເຜີຍແຜ່ມະຕິຂໍ້ຕົກລົງ ແບ່ງຄວາມຮັບຜິດຊອບວຽກງານວິຊາສະເພາະຂອງຊາວໜຸ່ມກົມໃຫຍ່ການເມືອງ

ການເຜີຍແຜ່ຈັດຂຶ້ນໃນວັນທີ 22 ສິງຫາ 2019 ເປັນປະທານ ໂດຍ ພັທ ປອ ວຽງໄຊ ທຳມະສິດ ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ, ມີ ບັນດາຄະນະໜ່ວຍຊາວໜຸ່ມອ້ອມຂ້າງກົມໃຫຍ່ການເມືອງ ແລະ ບັນດາສະຫາຍໃນຄະນະຮັບຜິດຊອບແຕ່ລະວຽກເຂົ້າຮ່ວມ.

ພັຕ ພອນວິລັດ ແສງດາລາ ຮອງເລຂາຄະນະຊາວໜຸ່ມ ກົມກໍ່ສ້າງກຳລັງ ທັງເປັນຫົວໜ້າຄະນະຮັບຜິດຊອບວຽກງານເສນາຂອງຊາວໜຸ່ມ ກົມໃຫຍ່ການເມືອງ ເຜີຍແຜ່ມະຕິຕົກລົງສະບັບດັ່ງກ່າວ ວ່າ: ຄະນະພັກກົມໃຫຍ່ ການເມືອງ ປກສ ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະວຽກງານວິຊາສະເພາະຂອງຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ຄື: ຄະນະຮັບຜິດຊອບວຽກງານຄັງເງິນສົດ, ວຽກງານຂຽນບົດສັງລວມ – ຂຽນເອກະສານຕ່າງໆ, ວຽກງານກິລາ-ກາຍະກຳ, ວຽກງານເກັບກຳສະຖິຕິ, ວຽກງານເສນາ, ວຽກງານເກັບກຳຮູບພາບ-ຫໍຂ່າວ, ວຽກ ງານຂ່າວສານ-ໂຄສະນາ, ວຽກງານສອນດີ-ຮຽນເກັ່ງ, ວຽກງານອອກແຮງງານລວມ, ວຽກງານສິລະປະ, ວຽກ ງານປ້ອງກັນ-ກວດກາ, ວຽກງານສ້າງກິດຈະກຳນອກສະຖານທີ່ຕ່າງໆ, ວຽກງານສ້າງລາຍຮັບເຂົ້າຄັງ.

ເຜີຍແຜ່ມະຕິຂໍ້ຕົກລົງ ແບ່ງຄວາມຮັບຜິດຊອບວຽກງານວິຊາສະເພາະຂອງຊາວໜຸ່ມກົມໃຫຍ່ການເມືອງ
ເຜີຍແຜ່ມະຕິຂໍ້ຕົກລົງ ແບ່ງຄວາມຮັບຜິດຊອບວຽກງານວິຊາສະເພາະຂອງຊາວໜຸ່ມກົມໃຫຍ່ການເມືອງ

ໂອກາດນີ້, ພັທ ປອ ວຽງໄຊ ທຳມະສິດ ໄດ້ເນັ້ນໃຫ້ແຕ່ລະສະຫາຍໃນຄະນະຮັບຜິດຊອບເພີ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ, ພ້ອມກັນສ້າງບົດບາດ-ສ້າງຄວາມເຂັ້ມແຂງໃຫ້ຖັນແຖວຊາວໜຸ່ມທົ່ວກົມໃຫຍ່ການເມືອງເປັນຕົວແບບ ໃນທຸກດ້ານ. ກອງປະຊຸມຄັ້ງນີ້, ບັນດາຄະນະໜ່ວຍກົມກອງອ້ອມຂ້າງກົມ ໃຫຍ່ການເມືອງ ຍັງໄດ້ສ່ອງແສງລາຍງານສະພາບເຄື່ອນໄຫວຂອງແຕ່ລະພາກສ່ວນ; ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິດວຽກງານຄັງເງິນຂອງຊາວໜຸ່ມກົມໃຫຍ່ການເມືອງອີກດ້ວຍ.