ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນ ທ້າວ ຄານຄໍາ ອາຍຸ 26 ປີ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ໃນສະຖານຄ້າຂາຍຢາເສບຕິດ ( ປະເພດ ຢາບ້າ ) ພາຍຫຼັງຖືກດຳເນີນຄະດີເປັນເວລາ 8 ເດືອນ ຊຶ່ງຖືກຕັດສິນ ໃນອາທິດທີ່ຜ່ານມາ.

ຈາກການຖະແຫຼງໄຈແຍກຂອງ ອົງການໄອຍະການປະຊາຊົນ ແລ້ວ, ຄະນະສານ ໄດ້ຄົ້ນຄວ້າບັນດາຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີ ຢ່າງລະອຽດ, ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ຈຶ່ງເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງຈໍາເລີຍ ເປັນການກະທໍາຜິດທາງອາຍາໃນສະຖານການຄ້າຂາຍຢາເສບຕິດ ປະເພດຢາບ້າ ຊຶ່ງເປັນການກະທໍາຜິດທີ່ແຕະຕ້ອງຕໍ່ເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 315 ທີ່ໄດ້ກໍານົດໄວ້ວ່າ:

ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ( Ice ) ຫຼື ວັດຖຸອອກລິດຕໍ່ຈິດປະສາດຜ່ານ ສປປ ລາວ ເກີນກວ່າ 0,3-100 ກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000.000-100.000.000 ກີບ ແລະ ຖ້າວ່າວັດຖຸ ແລະ ຊັບສິນໃດທີ່ພົວພັນກັບການໄດ້ມາຈາການຄ້າຂາຍ ກໍຈະຖືກຮິບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.

ຈຳເລີຍ ຍັງສາລະພາບໃນຂັ້ນເຈົ້າໜ້າທີ່ ວ່າ: ເລີ່ມເສບຢາເສບຕິດ ແຕ່ປີ 2016 ເປັນຕົ້ນມາ, ຢາບ້າທີ່ເສບ ແມ່ນຊື້ນໍາໄວລຸ້ນຢູ່ຮ້ານເກມ ເຂດບ້ານໂນນສະອາດ, ຄັ້ງລະ 2-5 ເມັດ ແລະ ຊື້ມາແລ້ວຫຼາຍຄັ້ງ.

  • ມາຮອດທ້າຍເດືອນທັນວາ 2018, ຈຳເລີຍຈຶ່ງໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ, ໂດຍຊື້ນໍາ ທ້າວ ຕຸ້ຍ ຢູ່ບ້ານເວີນຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຊື້ຄັ້ງລະ 50-100 ເມັດ ແລະ ຊື້ມາແລ້ວຫຼາຍຄັ້ງ, ເມື່ອໄດ້ຢາມາແລ້ວ ກໍເອົາຢາບ້າໄປຂາຍຍ່ອຍໃຫ້ກັບໄວ້ລຸ້ນຢູ່ຕາມຮ້ານເກມ ແລະ ກຳມະກອນທີ່ມົ້ວສຸມທົ່ວໄປ.
  • ມາວັນທີ 23 ມັງກອນ 2019, ໄດ້ໄປຊື້ຢາບ້ານໍາ ທ້າວ ຕຸ້ຍ ຈໍານວນ 98 ເມັດ, ເມື່ອໄດ້ຢາບ້າມາແລ້ວກໍກັບມາບ້ານ ແຕ່ຍັງບໍ່ທັນຮອດເທື່ອ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງຢາບ້າຈຳນວນດັ່ງກ່າວມາດຳນຳເດີນຄະດີ.

ພາຍຫຼັງຖືກຈັບຕົວ, ຈໍາເລີຍ ກໍໃຫ້ການຮັບສາລະພາບວ່າ: ຢາບ້າຈໍານວນ 98 ເມັດ ແມ່ນຂອງຈໍາເລີຍແທ້ ຊື້ມາໄວ້ເພື່ອຈຳໜ່າຍ.

ຜູ້ກ່ຽວ ກະທຳຄວາມຜິດໃນສະຖານຄ້າຂາຍຢາເສບຕິດ
ຜູ້ກ່ຽວ ກະທຳຄວາມຜິດໃນສະຖານຄ້າຂາຍຢາເສບຕິດ

ຜ່ານການວິນິໃສຂອງສານ ຈຶ່ງເຫັນວ່າ: ຈໍາເລີຍມີການກະທຳຜິດໂດຍເຈດຕະນາ ເນື່ອງດ້ວຍວ່າ ຈໍາເລີຍມີຄວາມຕັ້ງໃຈຊື້ຢາເສບຕິດ (ຢາບ້າ) ມາເພື່ອຂາຍ, ທັງໆທີ່ຈໍາເລີຍກໍຮູ້ດີວ່າ ການຄ້າຂາຍຢາເສບຕິດ ແມ່ນເປັນການກະທໍາຜິດທາງອາຍາ; ສະນັ້ນ, ຈຶ່ງເຫັນວ່າ: ຈໍາເລີຍ ມີສະຕິສໍາປະຊັນຍະສົມບູນດີ, ມີກະສຽນອາຍຸທາງອາຍາແລ້ວ, ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຈຶ່ງເຫັນຄວນລົງໂທດຕັດອິດສະຫຼະພາບ ຈຳຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ.

ນອກນີ້, ເຈົ້າໜ້າທີ່ໄດ້ນຳເອົາຢາບ້າຈຳນວນ 5 ເມັດ ໄປກວດພິສູດ-ວິໄຈ ຈາກກົມຕໍາຫຼວດນິຕິວິທະຍາ ໄດ້ຢັ້ງຢືນວ່າ: ບັນຈຸຢາເສບຕິດທີ່ອອກລິດຕໍ່ຈິດປະສາດແທ້, ສ່ວນເປົ້າໝາຍທີ່ຖືກຊັດທອດຄື ທ້າວ ຕຸ້ຍ ຢູ່ບ້ານເວີນຄໍາ ເຈົ້າໜ້າທີ່ແມ່ນຍັງໄດ້ຕິດຕາມຈັບຕົວຜູ້ກ່ຽວ ຕາມຄໍາສັ່ງຈັບຕົວຂອງ ຫົວໜ້າອົງການໄອຍະການປະຊາຊົນ ເຂດ II ນະຄອນຫຼວງວຽງຈັນ.