ຫ້ອງການສຶກສາທິການ ແລະ ກິລາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບສົກຮຽນ 2018-2019 ໃນວັນທີ 22 ສິງຫາ 2019, ເຂົ້າ ຮ່ວມໂດຍ ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ; ເປັນປະທານໂດຍ ທ່ານ ນາງ ພະໄທເພັດ ຜົນລະມິດ ຮັກສາການ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ , ມີແຂກຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ທ່ານ ນາງ ພະໄທເພັດ ຜົນລະມິດ
ທ່ານ ນາງ ພະໄທເພັດ ຜົນລະມິດ

ທ່ານ ນາງ ພະໄທເພັດ ຜົນລະມິດ ກ່າວວ່າ:

ທົ່ວເມືອງນາຊາຍທອງ ມີໂຮງຮຽນລັດ ແລະ ເອກະ ຊົນ 93 ແຫ່ງ,ໃນນັ້ນ, ມີໂຮງຮຽນ ອະນຸບານ-ລ້ຽງເດັກ 26 ແຫ່ງ, ເອກະຊົນ 25 ແຫ່ງ ຖ້າທຽບໃສ່ ປີຜ່ານມາ, ໂຮງຮຽນເພີ່ມຂຶ້ນ 4 ແຫ່ງ ເປັນໂຮງຮຽນປະຖົມ ແລະ ອະນຸບານ; ມີພະນັກງານຄູ-ອາ ຈານທັງໜົດ 783 ຄົນ ຍິງ 529 ຄົນ, ຄູພາກລັດ 567 ຄົນ ຍິງ 370 ຄົນ, ຄູເອກະຊົນ 216 ຄົນ ຍິງ 159 ຄົນ ແລະ ມີນ້ອງນັກຮຽນທັງ ໜົດ 17.276 ຄົນ ຍິງ 8.442 ຄົນ ທຽບໃສ່ປີຜ່ານມາ ເຫັນວ່າ ມີຄູ-ອາຈານເພີ່ມຂຶ້ນ 231 ຄົນ; ຍິງ 114 ຄົນ ແລະ ນ້ອງນັກຮຽນ ເອກະຊົນເພີ່ມຂຶ້ນ 3.505 ຄົນ ຍິງ 1.690 ຄົນ, ເດັກເກນອາຍຸ 2 ປີ ໄດ້ເຂົ້າຮຽນ 14,2%, ເດັກເກນ ອາຍຸ 3-4 ປີ ໄດ້ເຂົ້າຮຽນ 39,2%, ເດັກເກນອາຍຸ 3-5 ປີ ໄດ້ເຂົ້າຮຽນ 79,9% ແລະ ເດັກເກນອາຍຸ 5 ປີ ໄດ້ເຂົ້າຮຽນ 90,0%, ວຽກງານປະຖົມສຶກສາ ມີອັດຕາການເຂົ້າຮຽນສຸດທິປະຕິບັດໄດ້ 99. 9%, ອັດຕາການເຂົ້າຮຽນລວມ ປະຕິບັດໄດ້ 107,2% ແລະ ອັດ ຕາການເລື່ອນຊັ້ນ-ຈົບຊັ້ນປະຕິບັດໄດ້ 95,39%, ວຽກງານມັດທະຍົມຕອນຕົ້ນ ມີອັດຕາການເຂົ້າ ຮຽນລວມປະຕິບັດໄດ້ 93,2%; ອັດຕາການເລື່ອນຊັ້ນ ຈົບຊັ້ນປະຕິບັດໄດ້ 91,7% ແລະ ວຽກງານມັດທະຍົມຕອນປາຍ ມີອັດຕາ ການເຂົ້າຮຽນ ລວມປະຕິບັດໄດ້ 65,2%, ອັດຕາການເລື່ອນຊັ້ນ ແລະ ຈົບຊັ້ນປະຕິບັດໄດ້ 96,9%.

ກອງປະຊຸມຫ້ອງການສຶກສາທິການ ແລະ ກິລາ ເມືອງນາຊາຍທອງ ສະຫຼຸບສົກຮຽນ
ກອງປະຊຸມຫ້ອງການສຶກສາທິການ ແລະ ກິລາ ເມືອງນາຊາຍທອງ ສະຫຼຸບສົກຮຽນ

ໃນສົກຮຽນ 2018-2019 ສາມາດດໍາເນີນການຮຽນ-ການສອນ ເປັນປົກກະຕິ, ການສຶກສາຮໍ່າຮຽນ ປັດຈຸບັນແມ່ນມີການຂະຫຍາຍຕົວເພີ່ມຂຶ້ນ, ໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການຮ່ວມມືຈາກຜູ້ ປົກຄອງ; ເຊິ່ງມັນໄດ້ສະແດງອອກໃນການສົ່ງລູກຫຼານຂອງຕົນເຂົ້າຮຽນນັບມື້ນັບຫຼາຍຂຶ້ນ ແລະ ເປັນປົກກະຕິ; ພາກສ່ວນບຸກຄົນກໍໃຫ້ ການຮ່ວມມືໃນການກໍ່ສ້າງອາຄານຮຽນ ຫຼື ອຸປະກອນຮັບໃຊ້ການ ຮຽນຕ່າງໆທີ່ອຳນວຍຄວາມສະດວກໃນການຮຽນ-ການສອນເປັນ ຢ່າງດີ.ຈາກຜົນງານການເຄື່ອນ ໄຫວວຽກງານດັ່ງກ່າວ ເຮັດໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງນາຊາຍທອງ ໄດ້ຮັບໃບຍ້ອງຍໍຂັ້ນພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ຈຳນວນ 355 ໃບ,ໃບຍ້ອງຍໍຂັ້ນເຈົ້າເມືອງ ຈຳນວນ 412 ໃບ, ໃບຊົມເຊີຍ 30 ໃບ.

ກອງປະຊຸມຫ້ອງການສຶກສາທິການ ແລະ ກິລາ ເມືອງນາຊາຍທອງ ສະຫຼຸບສົກຮຽນ
ກອງປະຊຸມຫ້ອງການສຶກສາທິການ ແລະ ກິລາ ເມືອງນາຊາຍທອງ ສະຫຼຸບສົກຮຽນ

ທິດທາງແຜນການໃນຕໍ່ໜ້າ, ເພື່ອເຮັດໃຫ້ບັນລຸໄດ້ຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້; ຈະສືບຕໍ່ຈັດຝຶກອົບຮົມອົບຮົມໃຫ້ຄູ ສອນລ້ຽງເດັກ-ອະນຸບານ ແລະ ຫ້ອງກຽມປະຖົມ, ສະໜອງອຸປະກອນເຄື່ອງຫຼິ້ນໃຫ້ແກ່ໂຮງຮຽນ ລ້ຽງເດັກ-ອະນຸບານໃຫ້ຫຼາຍຂຶ້ນ; ເພີ່ມທະວີປະສານສົມທົບການສຶກສາ ລະຫວ່າງຄອບຄົວກັບໂຮງ ຮຽນ ໃຫ້ທ່ວງທັນເວລາລົງກວດກາການສິດສອນ ການນໍາໃຊ້ຫຼັກສູດໂຄງການສໍາລັບຊັ້ນອະນຸບານ ແລະ ປະຖົມ. ເພື່ອເຮັດໃຫ້ອັດຕາ ປະລະໃນຊັ້ນ ປ.1 ຫຼຸດລົງ, ເຮັດໃຫ້ຄຸນນະພາບການຮຽນ-ການສອນຂອງຄູ ແລະ ນັກຮຽນດີຂຶ້ນ, ສ້າງໂຮງຮຽນໃຫ້ຂຽວສະອາດ ແລະ ໜ້າຢູ່, ອັດຕາເຂົ້າຮຽນໃໝ່ສຸດທິ ໄດ້ 100 %, ບັນລຸຄາດໝາຍສູ້ຊົນ 100 %, ອັດຕາເຂົ້າຮຽນສຸດທິໄດ້ 99,1%, ຄາດໝາຍສູ້ຊົນໃຫ້ໄດ້ 99,90%, ອັດຕາເລື່ອນຂັ້ນໄດ້ 94,3 %, ຄາດໝາຍສູ້ຊົນໃຫ້ໄດ້ 95,50%, ອັດຕາຄ້າງຫ້ອງ ໄດ້ 5,37 %; ຄາດໝາຍສູ້ຊົນໃຫ້ເຫຼືອ 3%, ອັດຕາປະລະ 0,3 % , ຄາດ ໝາຍສູ້ຊົນໃຫ້ເຫຼືອ 0,1 %. ອັດຕາຈົບຊັ້ນ 99,9 %, ຄາດໝາຍສູ້ ຊົນໃຫ້ໄດ້ 100 %.